• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະຊຸມ​ເຈົ້າໜ້າທີ່​​ອາວຸ​ໂສ ອາຊຽນ

ຕອນເຊົ້າວັນທີ 18  ພຶດສະພາ 2020, ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ (SOM) ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຂັ້ນຮອງລັດຖະມົນຕີການຕ່າງປະເທດ ໄດ້ດໍາເນີນດ້ວຍຮູບແບບປະຊຸມອອນລາຍ. ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

  ນະທີ່ນີ້, ທ່ານ ຫງວຽນກວັກຢຸງ ໄດ້ອັບເດັດກ່ຽວກັບສະພາບການຜັນຂະຫຍາຍບັນດາການເຄື່ອນໄຫວພາຍຫຼັງກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ +3 (ກັບ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19; ພ້ອມກັນນັ້ນກໍຕັກເຕືອນບັນດາປະເທດສະມາຊິກອາຊຽນ ແລະ ຄະນະເລຂາ ອາຊຽນ ກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍບັນດາໝາກຜົນບຸລິມະສິດໃນປີ ອາຊຽນ 2020.

        ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ຕ່າງກໍຕີລາຄາສູງບົດບາດເປັນປະທານ ອາຊຽນຂອງ ຫວຽດນາມ ນັບແຕ່ຕົ້ນປີມາຮອດປັດຈຸບັນ ບົນເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ພິເສດໃນການຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ພ້ອມທັງຢັ້ງຢືນການສະໜັບສະໜູນການຊຸກຍູ້ຜັນຂະຫຍານໝາກຜົນຕົ້ນຕໍທີ່ບັນລຸໄດ້ໃນກອງປະຊຸມສຸດຍອດອາຊຽນ ແລະ ອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ໂດຍຫວຽດນາມນໍາສະເໜີ. ທ່ານຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ສະແດງຄວາມເຊື່ອໝັ້ນຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36  ພາຍໃຕ້ການເປັນປະທານຂອງຫວຽດນາມ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັບປະເທດເປັນປະທານໃນວຽກງານກະກຽມໃຫ້ແກ່ກອງປະຊຸມດັ່ງກ່າວ. 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top