• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫ່ຍຜູ້ແທນແນວໃຮມປະເທດຊາດຫວຽດນາມນະຄອນດ່ານັງຄັ້ງທີ 11

ວັນທີ 10 ພຶດສະພາ, ຢູ່ນະຄອນດ່ານັງ, ໄດ້ຈັດກອງປະຊຸມໃຫ່ຍຜູ້ແທນແນວໂຮມປະເທດຊາດຫວຽດນາມ ນະຄອນດ່ານັງ ຄັ້ງທີ 11 ອາຍຸການ 2019-2024 ໂດຍມີການເຂົ້າຮ່ວມຂອງຜູ້ແທນ 300 ທ່ານທີ່ຕາງໜ້າໃຫ້ປະຊາຊົນທຸກຊັ້ນຄົນໃນນະຄອນ.


(ກອງປະຊຸມກກະກຽມກອງປະຊຸມໃຫ່ຍຜູ້ແທນແນວໂຮມປະເທດຊາດຫວຽດນາມນະຄອນດ່ານັງຄັ້ງທີ 11.

ພາບ: baodanang.vn)


ກ່າວຄຳເຫັນທີ່ກອງປະຊຸມໃຫ່ຍ, ທ່ານເຈີ່ນແທັງເມິນ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງຖັນແຖວພະນັກງານແນວໂຮມນະຄອນຂັ້ນຕ່າງໆ. ທ່ານເນັ້ນໜັກວ່າ:

 “ຂ້າພະເຈົ້າຫວັງວ່າ ແນວໂຮມປະເທດຊາດຫວຽດນາມ ນະຄອນດ່ານັງ ຈະສືບຕໍ່ປະຕິບັດມະຕິຂອງກົມການເມືອງກ່ຽວກັບການຍົກສູງຕຸນນະພາບວຽກງານຕິດຕາມກວດກາ, ຕີລາຄາພິດຈາລະນາ, ປະກອບຄຳເຫັນກໍ່ສ້າງພັກ, ອຳນາດການປົກຄອງ ມີບາງວຽກງານຕ້ອງເດັດດ່ຽວປະຕິບັດຢ່າງສຸດກົກສຸດປາຍ, ຮັບຟັງຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ແລ້ວສ່ອງແສງຕໍ່ອົງຄະນະພັກ, ອົງການຂອງລັດທີ່ມີສິດອຳນາດ, ການຕິດຕາມກວດກາເລື່ອງແກ້ໄຂບັນດາຂໍ້ສະເໜີ, ຄຳເຫັນອັນຊອບທຳຂອງປະຊາຊົນ”.

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທັງເມິນ ສະເໜີໃຫ້ຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນດ່ານັງ ຈົ່ງເອົາໃຈໃສ່ກໍ່ສ້າງອົງການຈັດຕັ້ງ ແລະ ຖັນແຖວພະນັກງານແນວໂຮມຜູ້ມີຄຸນທາດ, ທັດສະນະການເມືອງ, ກ້າຄິດກ້າທຳ, ກ້າຮັບຜິດຊອບ, ສາມາດນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວເຂົ້າໃນວຽກງານຢ່າງວ່ອງໄວ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top