• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໂອ້ລົມສົນທະນາ ກ່ຽວກັບສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຫວຽດນາມ ຢູ່ທະເລຕາເວັນອອກ ຕາມກົດໝາຍສາກົນ

      ຫວຽດນາມ ມີຝັ່ງທະເລຍາວກວ່າ 3.260 ກິໂລແມັດ; ບັນດາເຂດທະເລຂຶ້ນກັບອະທິປະໄຕ, ສິດອະທິປະໄຕ, ສິດອໍານາດສານ ແມ່ນມີເນື້ອທີ່ກວ່າ 1 ລ້ານ km2, ກວ້າງທົບກວ່າ 3 ເທົ່າເມື່ອທຽບໃສ່ເນື້ອທີ່ທາງບົກ, ດ້ວຍ 2 ໝູ່ເກາະແມ່ນ ຮວ່າງຊາ ແລະ ເຈື່ອງຊາ ແລະ ມີເກາະຫຼາຍກວ່າ 3.000 ແຫ່ງ ແລະ ຫຼາຍໝູ່ເກາະອື່ນໆ. 

ກອງປະຊຸມໂອ້ລົມສົນທະນາ ກ່ຽວກັບສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຫວຽດນາມ ຢູ່ທະເລຕາເວັນອອກ
ຕາມກົດໝາຍສາກົນ (ພາບ: dangcongsan.vn)
      ເພື່ອແນໃສ່ໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງ ກ່ຽວກັບບັນຫາປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ, ຢັ້ງຢືນບັນດາຫຼັກຖານປະຫວັດສາດ, ນິຕິກໍາ ກ່ຽວກັບອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ; ກ່ຽວກັບຄວາມໝາຍຄວາມສໍາຄັນຂອງທະເລ, ໝູ່ເກາະໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ; ຈາກນັ້ນ, ສ້າງຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບ; ເສີມຂະຫຍາຍໜ້າທີ່ຄວາມຮັບຜິດຊອບຂອງພົນລະເມືອງໃນການປົກປົກຮັກສາອະທິປະໄຕເຂດທະເລ,ໝູ່ເກາະ ອັນສັກກະລະບູຊາຂອງປະເທດຊາດ... ຕອນເຊົ້າວັນທີ 14 ຕຸລາ, ໜັງສືພິມເອເລັກໂຕນິກພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມໂອ້ລົມສົນທະນາ ດ້ວຍຫົວຂໍ້ “ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຫວຽດນາມ ຢູ່ທະເລຕາເວັນອອກ ຕາມກົດໝາຍສາກົນ”.
        ໂດຍເປັນປະເທດແຄມທະເລ, ຕັ້ງຢູ່ທາງທິດຕາເວັນຕົກຂອງທະເລຕາເວັນອອກ, ຫວຽດນາມ ມີຝັ່ງທະເລຍາວກວ່າ 3.260 ກິໂລແມັດ; ບັນດາເຂດທະເລຂຶ້ນກັບອະທິປະໄຕ, ສິດອະທິປະໄຕ, ສິດອໍານາດສານ ແມ່ນມີເນື້ອທີ່ກວ່າ 1 ລ້ານ km2, ກວ້າງທົບກວ່າ 3 ເທົ່າເມື່ອທຽບໃສ່ເນື້ອທີ່ທາງບົກ, ດ້ວຍ 2 ໝູ່ເກາະແມ່ນ ຮວ່າງຊາ ແລະ ເຈື່ອງຊາ ແລະ ມີເກາະຫຼາຍກວ່າ 3.000 ແຫ່ງ ແລະ ຫຼາຍໝູ່ເກາະອື່ນໆ. ຫວຽດນາມ ມີພົນລະເມືອງກວ່າ 50% ດໍາລົງຊີວິດຢູ່ 28 ແຂວງ, ນະຄອນແຄມທະເລ. ຫຼາຍບໍລິເວນແຄມທະເລ, ກໍຄືເກາະແຫ່ງຕ່າງໆຢູ່ຫວຽດນາມ ມີທີ່ຕັ້ງພູມີສາດ  ແມ່ນມີຄວາມສໍາຄັນທີ່ສຸດສໍາລັບການພັດທະນາເສດຖະກິດ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ດັ່ງນັ້ນ, ເລື່ອງຮັບປະກັນຄວາມສະຫງົບຢູ່ທະເລໝູ່ເກາະ ແມ່ນເພື່ອແນໃສ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນອັນໃຫຍ່່ຫຼວງຂອງທະເລ ແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສຂອງພາລະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. 
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top