ວັນທີ 28 ມັງກອນ, ກອງປະຊຸມແບບວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ດ້ວຍຫົວຂໍ້ “ການນຳທາງອະນາຄົດຂອງອາຊຽນຮ່ວມກັນ” (Navigating Our Future, Together) ໄດ້ໄຂຂຶ້ນຢູ່ Cebu, ຟີລິບປິນ.
ທີ່ການຖະແຫຼງຂ່າວກ່ອນຈັດກອງປະຊຸມໃນຕອນບ່າຍວັນທີ 27 ມັງກອນ, ທ່ານ Dominic Xavier M. Imperial, ໂຄສົກບັນດາບັນຫາ ອາຊຽນ ຂອງກະຊວງການຕ່າງປະເທດ ຟີລິບປິນ, ໃຫ້ຮູ້ວ່າ ກອງປະຊຸມຈະປຶກສາຫາລືຫຼາຍບັນຫາຮ້ອນເຮັ່ງຂອງພາກພື້ນ, ຄື: ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດ, ສະພາບການ ມຽນມາ, ຄວາມເຄັ່ງຕຶງ ໄທ - ກຳປູເຈຍ…
ກ່ຽວຂ້ອງເຖິງເລື່ອງ ອາຊຽນ ແລະ ຈີນ ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ໃຫ້ສຳເລັດໃນປີນີ້, ທ່ານ Dominic Xavier M. Imperial ໃຫ້ຮູ້ວ່າ:
“ສິ່ງສຳຄັນແມ່ນບັນດາຝ່າຍສືບຕໍ່ດຳເນີນການເຈລະຈາ ແລະ ມີບາດກ້າວຄືບໜ້າຈຳນວນໜຶ່ງກ່ຽວຂ້ອງເຖິງຂໍ້ຕົກລົງສຸດທ້າຍ. ຟີລິບປີນ, ດ້ວຍຖານະເປັນປະທານເຈົ້າພາບ ພວມສ້າງເງື່ອນໄຂສະດວກໃຫ້ວິວັດທະນາການປຶກສາຫາລື, ດ້ວຍວິທີສົ່ງເສີມການພົບປະຫຼາຍຄັ້ງຕື່ມອີກ ເພື່ອມານະພະຍາຍາມປະຕິບັດສຳເລັດການເຈລະຈາໃນຈຸດເວລາທີ່ໄດ້ກຳນົດກ່ອນນັ້ນ”.
ຕາມຄຳເຊີນຂອງ ທ່ານ Ma. Theresa P. Lazaro, ລັດຖະມົນຕີການຕ່າງປະເທດ ຟີລິບປິນ, ທ່ານ ເລຮ່ວາຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມແບບວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ (AMMR) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແຕ່ວັນທີ 28 – 29 ມັງກອນ ຢູ່ Cebu.








