• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເຈລະຈາລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ລາວ


(ພາບປະກອບ)

      ວັນ​ທີ 06/04, ຢູ່ ວຽງ​ຈັນ ປະ​ເທດ ລາວ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍທ່ານ​ນາງ ​ເຈືອງ​ທິງ​ອກ​ແອ໋ງ ຮອງ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮງ​ປະ​ເທດ​ຊາດ ຫວຽດນາມ ນຳ​ໜ້າ ​​ໄດ້ພົບ​ປະ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແນວ​​ລາວ​ສ້າງ​ຊາດ​ໂດຍ​ທ່ານ ຈັນທະ​ວົງ ​ແສນ​ອາມາດ​ມົນຕີ ຮອງ​ປະທານ​ແນວ​ລາວ​ສ້າງ​ຊາດ​ເປັນ​ຫົວໜ້າ​ຄະນະ. ທີ່​ກາ​ນພົບ​ປະ​ເຈລະຈາ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ເນື້ອ​ໃນ​ສຳຄັນ​ຫລາຍ​ຢ່າງ, ​ໃນ​ນັ້ນ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ນອນ​ໃນ “ປີ​ມິດຕະພາບ ຫວຽດນາມ - ລາວ” ​ເພື່ອ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າ​ງ 2 ປະ​ເທດ ຫວຽດນາມ ​ແລະ ລາວ, ​ເລື່ອງ​ຈັດ​ຕັ້ງ​ກອງ​ປະຊຸມ​ປະທານ​ແນວ​ໂຮມ 3 ປະ​ເທດ ຫວຽດນາມ - ກຳ​ປູ​ເຈຍ - ລາວ ​ແລ​ະ ກອງ​ປະຊຸມ​ສາກົນ​ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງສັນຕິພາບ​ມິດຕະພາບ ຫວຽດນາມ - ລາວ. 2 ຝ່າຍ​ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ​ແນວ​ລາວ​ສ້າ​ງຊາດ ຈະ​ນັບ​ມື້​ນັບ​ບັນລຸ​​ປະສິດທິ​ຜົນ​ແທດ​ຈິງ; ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ, ນ້ຳ​ໃຈ​ສາມັກຄີ​​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ລາວ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຢູ່ພາກ​ພື້ນ ​ແລ​ະ ​ໃນ​​ໂລກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top