
ກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ VIII
(ພາບ: vietnamplus.vn)
ກອງປະຊຸມນີ້ມີການເຂົ້າຮ່ວມຂອງທ່ານພົນໂທ ບູ່ຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງຕຳຫຼວດ ລາວ.
ທີ່ກອງປະຊຸມ, ສອງຝ່າຍໄດ້ສຸມໃສ່ແລກປ່ຽນ, ຕີລາຄາສະພາບການສາກົນ ແລະ ພາກພື້ນເຊິ່ງທັງສອງຝ່າຍພ້ອມກັນເອົາໃຈໃສ່; ຜົນແຫ່ງການຮ່ວມມືລະຫວ່າງກຳລັງປ້ອງກັນຄວາມສະຫງົບສອງປະເທດ ກໍ່ຄືເລື່ອງຜັນຂະຫຍາຍບັນດາຂໍ້ຕົກລົງ ຮ່ວມມືທີ່ບັນລຸໄດ້ຢູ່ກອງປະຊຸມຮ່ວມມືດ້ານປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ VIII, ກອງປະຊຸມໄດ້ວາງອອກບັນດາມາດຕະການຍົກສູງປະສິດທິຜົນວຽກງານສົມທົບກັນລະຫວ່າງກຳລັງປ້ອງກັນປະເທດຂອງສອງປະເທດໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)