• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ແມ່ນໂອກາດເພື່ອໃຫ້ບັນດາປະເທດພ້ອມກັນຫວນຄືນ ແລະ ຕັດສິນໃຈສູ້ຊົນໃຫ້ອະນາຄົດແຫ່ງນ້ຳໃຈສາມັກຄີ, ເປັນເຈົ້າຕົນເອງ
  ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 (ພາບ: TTXVN)  

ຕອນເຊົ້າວັນທີ 11 ພະຈິກ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ຖືກໄຂຂຶ້ນຢ່າງເປັນທາງການ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ, ທ່ານເລຂາທິການໃຫຍ່ ອາຊຽນ ແລະ ຜູ້ຕາງໜ້າຄູ່ຮ່ວມມື, ອົງການຈັດຕັ້ງສາກົນເປັນຈຳນວນຫຼາຍ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ຢືນຢັນວ່າ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ແມ່ນໂອກາດເພື່ອໃຫ້ບັນດາປະເທດພ້ອມກັນຫວນຄືນ ແລະ ຕັດສິນໃຈສູ້ຊົນໃຫ້ອະນາຄົດແຫ່ງນ້ຳໃຈສາມັກຄີ, ເປັນເຈົ້າຕົນເອງ, ກວມລວມ ແລະ ອີງຕາມກົດໝາຍ. ມີຖະແຫຼງການຫຼາຍສະບັບຈະໄດ້ຮັບຮອງເອົາຄື: ຖະແຫຼງການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ; ຖະແຫຼງການ ອາຊຽນ ກະທຳ: ພ້ອມກັນຮັບມືກັບສິ່ງທ້າທາຍ ແລະ ຖະແຫຼງການດຳເນີນງານເຊື່ອມຕໍ່ ອາຊຽນ ຫຼັງປີ 2025.

ທ່ານນາຍົກລັດຖະມົນຕີ Hun Sen ເນັ້ນໜັກວ່າ, ອາຊຽນ ແລະ ພາກພື້ນພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ໃນສະພາບການນັ້ນ, ອາຊຽນ ຄວນໃຫ້ບຸລິມະສິດສູງສຸດໃຫ້ແກ່ຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດໃຈກາງ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍ, ສ້າງປະຊາຄົມເຂັ້ມແຂງດ້ວຍຕົນເອງໃຫ້ປະຊາຊົນທຸກໆຄົນ.

ພາຍຫຼັງພິທີໄຂ, ການນຳບັນດາປະເທດ ອາຊຽນ ເຂົ້າຮ່ວມວາລະປະຊຸມຄົບຄະນະກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40 ແລະ ບັນດາວາລະປະຊຸມວົງແຄບສຸດຍອດ ອາຊຽນ ຄັ້ງທີ 41.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top