• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາບົດບາດຂອງສະມາຊິກສະພາແຫ່ງຊາດຍິງ ໃນການເຄື່ອນໄຫວຢູ່ສະພາແຫ່ງຊາດ

      ຕອນເຊົ້າວັນທີ 07 ສິງຫາ, ຢູ່ນະຄອນດານັງ ໄດ້ດຳເນີນກອງປະຊຸມສຳມະນາບົດບາດຂອງສະມາຊິກສະພາແຫ່ງຊາດຍິງ ໃນການເຄື່ອນໄຫວສະພາແຫ່ງຊາດ. 

ທ່ານນາງປະທານສະພາແຫ່ງຊາດ ລາວ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາ
      ເຂົ້າຮ່ວມກອງປະຊຸມສຳມະນາຝ່າຍ ຫວຽດນາມ ມີ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຝອງ, ສ່ວນຝ່າຍ ລາວ ມີ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍຕູ້, ທ່ານນາງຮອງປະທານສະພາແຫ່ງຊາດ ລາວ ສີໄສ ລືເດດມູນສອນ. ກອງປະຊຸມສຳມະນາໄດ້ສຸມໃສ່ປຶກສາຫາລື 3 ຫົວຂໍ້ສຳຄັນຄື: ສັງລວມກ່ຽວກັບບົດບາດຂອງສະມາຊິກສະພາແຫ່ງຊາດຍິງ ໃນການເຄື່ອນໄຫວສະພາແຫ່ງຊາດ, ບົດຮຽນຂອງສະມາຊິກສະພາແຫ່ງຊາດຍິງ ໃນການສ້າງກົດໝາຍ; ບົດຮຽນຂອງສະມາຊິກສະພາແຫ່ງຊາດຍິງ ໃນການຕິດຕາມເຄື່ອນໄຫວການປະຕິບັດກົດໝາຍ. ພ້ອມກັນນັ້ນ, ບັນດາສະມາຊິກສະພາແຫ່ງຊາດຍິງ ສອງປະເທດ ຈະພ້ອມກັນເຂົ້າຮ່ວມການເຄື່ອນໄຫວຢ້ຽມຢາມທັດສະນະສຶກສາຕົວຈິງ ຢູ່ແຂວງກວາງນາມ ແລະ ຢ້ຽມຊົມບັນດາທັດສະນີຍະພາບຂອງ ນະຄອນດານັ້ງ ແລະ ຂອງ ກວາງນາມອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top