• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາກ່ຽວກັບເສດຖະກິດຫວຽດນາມ ປີ 2018 ແລະ ແງ່ຫວັງປີ 2019

ຕອນເຊົ້າວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລເສດຖະກິດແຫ່ງຊາດໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຕີລາຄາເສດຖະກິດຫວຽດນາມ ປີ 2018 ແລະ ແງ່ຫວັງປີ 2019; ພ້ອມທັງປະກາດປຶ້ມຕີລາຄາເສດຖະກິດຫວຽດນາມປະຈຳ 2018 ດ້ວຍຫົວຂໍ້ “ ມຸ່ງໄປສູ່ນະໂຍບາຍປີການເງິນໝັ້ນຄົງ ແລະ ໜູນຊ່ວຍການເຕີບໂຕ ”.

ປຶ້ມຕີລາຄາເສດຖະກິດຫວຽດນາມປະຈຳ 2018 ດ້ວຍຫົວຂໍ້
“ ມຸ່ງໄປສູ່ນະໂຍບາຍປີການເງິນໝັ້ນຄົງ ແລະ ໜູນຊ່ວຍການເຕີບໂຕ ”
 

ບັນດາຜູ້ຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມສຳມະນາ ຕ່າງກໍຖືວ່າ  ເພື່ອ ມຸ່ງໄປສູ່ນະໂຍບາຍປີການເງິນໝັ້ນຄົງ ແລະ ໜູນຊ່ວຍການເຕີບໂຕນັ້ນ, ເປົ້າໝາຍມະຫາພາກທີ່ຄວນວາງອອກ ແມ່ນຄວນມີການປ່ຽນແປງໃໝ່ຢ່າງຮອບດ້ານເພື່ອຮັບປະກັນໃຫ້ແກ່ເປົ້າໝາຍການເຕີບໂຕ ນັບທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ. ຕາມນັ້ນແລ້ວ, ບັນດາເກັບລາຍຮັບງົບປະມານແມ່ນຕ້ອງເພີ່ມຂຶ້ນແບບເປີດກ້ວາງເປົ້າໝາຍເກັບພາສີອາກອນ. ທ່ານ ສຈ ປອ ເຈີນເທາະດາດ ອະທິການບໍດີ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ໃຫ້ຮູ້ວ່າ :

    “ ພວມເຮົາມີແຜນນະໂຍບາຍ ຖືເສດຖະກິດພາກເອກະຊົນ ແມ່ນໜຶ່ງໃນບັນດາພາກສ່ວນເສດຖະກິດທີ່ສຳຄັນ. ແຕ່ຄວາມສາມາດບົ່ມຊ້ອນເພື່ອພັດທະນາເສດຖະກິດພາກເອກະຊົນນີ້ ຍັງຄົງໃຫຍ່ຫຼວງຢູ່. ພິເສດໃນເສດຖະກິດພາກເອກະຊົນ, ກຸ່ມເສດຖະກິດຄອບຄົວໄດ້ກວມເອົາອັນຕາສູງ, ປະກອບສ່ວນ 30% GDP. ດັ່ງນັ້ນຄວນມີນະໂຍບາຍທີ່ອຳນວຍຄວາມສະດວກໃຫ້ແກ່ບັນດາຄອບຄົວດຳເນີນທຸລະກິດໄດ້ຈົດທະບຽນດຳເນີນທຸລະກິດຢ່າງສະດວກສະບາຍ, ທັງນີ້ ເປັນການເພີ່ມລາຍຮັບໃຫ້ແກ່ລັດຖະບານໃນໄລຍະທີ່ຈະມາເຖິງ ”

 (ແຫຼ່ງຄັດຈາກ VOV)

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

ພາຍຫຼັງວັນແຂ່ງຂັນທີ 6, ຄະນະນັກກິລາ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຕາຕະລາງສະຫຼຸບຫຼຽນດ້ວຍຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 47 ຫຼຽນ, ຫຼຽນທອງ 70 ຫຼຽນ.

Top