• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາ “ວຽກງານແນວຄິດ, ວັດທະນະທຳໃນການສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ”

ສະພາບການໂລກ, ພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ພວມເພີ່ມຂຶ້ນ, ບັນດາປັດໄຈ ຄວາມໝັ້ນຄົງແບບເກົ່າ ແລະ ຄວາມໝັ້ນຄົງແບບໃໝ່ໄດ້ສະຫຼັບກັນ
  ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ (ພາ​ບ: QDND)  

ເນື່ອງ​ໃນ​ໂອ​ກາດ​ສ​ະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ ​ກົມ​​ໂຄ​ສະ​ນາ​ອົບ​ຮົມ ແລະ ຂະ​ແໜງ​ໂຄ​ສະ​ນາ​ອົບ​ຮົມ​ກອງ​ທັບ (11 ພຶດ​ສະ​ພາ 1946 – 11 ພຶດ​ສະ​ພາ 2026), ຕອນ​ເຊົ້າ​ວັນ​ທີ 22 ເມ​ສາ, ຢູ່ ຮ່າ​ໂນ້ຍ, ກົມ​ໂຄ​ສະ​ນາ​ອົບ​ຮົມ, ກົມ​ໃຫຍ່​ການ​ເມືອງກອ​ງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ດ້ວຍ​ຫົວ​ຂໍ້ “ວຽກ​ງານແນວ​ຄິດ, ວັດ​ທະ​ນະ​ທຳ​ໃນ​ການ​ສ້າງກອງ​ທັບໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງດ້ານການ​ເມືອງ​”. ກ​່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ເມື່ອ​ເນັ້ນ​ໜັກ​ເຖິງ​ບັນ​ດາ​ບັນ​ຫາ​ທີ່​ພວມ​ວາງ​ອອກ​ໃນ​ວຽກ​ງານ​​ແນວ​ຄິດ​ວັດ​ທະ​ນະ​ທຳ​ໃນ​ກອງ​ທັບ​ປະ​ຈຸ​ບັນ, ພົນ​ຕີ ຫງວຽນ​ວັນ​ດຶກ, ຫົວ​ໜ້າ​ກົມ​ໂຄ​ສະ​ນາ​ອົບ​ຮົບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ຖື​ວ່າ:

“ສະ​ພາບ​ການ​ໂລກ, ພາກ​ພື້ນ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ, ສັບສົນ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້; ການ​ແກ່ງ​ແຍ້ງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່​ພວມ​ເພີ່ມ​ຂຶ້ນ, ບັນ​ດາ​ປັດ​ໄຈ​ ຄວາມ​ໝັ້​ນ​ຄົງແບບເກົ່າ ແລະ ຄວາມ​ໝັ້​ນ​ຄົງແບບ​ໃໝ່​ໄດ້ສະ​ຫຼັບ​ກັນ, ບັນ​ດາ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັດ​ໄດ້​ຍ​ູ້​ແຮງ “ການ​ຜັນ​ແປ​ສັນ​ຕິ​ພາບ”... ດ້ວຍເລ່​ລ່ຽມທີ່ນັບມື້ນັບແນບ​ນຽນ, ໂດຍ​ສະ​ເພາະ​ແມ່ນ​ທາງ​ອິນ​ເຕີ​ແນັດ. ອີກດ້ານໜຶ່ງ​ຂອງ​ເສດ​ຖະ​ກິດ​ການ​ຕະ​ຫຼາດ, ການ​ເຊື່ອມ​ໂຍງ​ສາ​ກົນ ແລະ ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ເຕັກ​ໂນ​ໂລ​ຊີ, ສື່​ສັງ​ຄົມ​ອອນ​ໄລ ໄດ້​ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ​ເຖິງ​ແນວ​ຄິດ, ຄວາມ​ຮັບ​ຮູ້​ຂອງ​ພະ​ນັກງານ, ນັກ​ຮົບ, ທັງ​ແມ່ນ​ການ​ສ້າງ​ໂອ​ກາດ, ທັງ​ວາງ​ອອກ​ສິ່ງ​ທ້າ​ທາຍ​ຕໍ່​ວຽກ​ງານ​ໂຄ​ສະ​ນາ​ອົບ​ຮ​ົມ ແລະ ຂະ​ແໜງ​ໂຄ​ສະ​ນາ​ອົບ​ຮົມ​ກອງ​ທັບ”.

ກອງ​ປະ​ຊຸມ​ສຳ​ມະ​ນາກໍ່​ສະ​ເໜີ​ແນະຫຼາຍ​ມາດ​ຕະ​ການ​ກ່ຽວ​ກັບ​ວຽກ​ງານ​ແນ​ວ​ຄິດ, ວັດ​ທະ​ນະ​ທຳ​ໃນ​ກອງ​ທັບ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນຂອງວຽກ​ງານ​ແນວ​ຄິດ, ວັດ​ທະ​ນະ​ທຳ​ໃນ​ກອງ​ທັບ​ໃນ​ໄລ​ຍະ​ຈະ​ມາ​ເຖ​ິງ.

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການພົວພັນ ຫວຽດນາມ - ອຽກລັງ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ

ເພີ່ມທະວີການພົວພັນ ຫວຽດນາມ - ອຽກລັງ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ

ທ່ານນາງ ເລທິທູຮັ່ງ ສະເໜີໃຫ້ 2 ຝ່າຍຊຸກຍູ້ການກຳນົດທິດການຮ່ວມມືຈຸດສຸມຈຳນວນໜຶ່ງ

Top