• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາ “ຊີວະນາໆພັນນຳມາເຊິ່ງບັນດາກາລະໂອກາດ, ການຫາເງິນລ້ຽງຊີບ ແລະ ການພັດທະນາຢູ່ ຫວຽດນາມ”

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ, ພ້ອມກັບເລື່ອງສ້າງບັນດາແນວພັນເຂົ້າໃໝ່, ໂຄງການໄດ້ສຸມໃສ່ຄົ້ນຄວ້າບັນດາມາດຕະການແກ້ໄຂເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນຳໃຊ້ແຫຼ່ງຊັບພະນາກອນປະຢັດ
  ກອງປະຊຸມສຳມະນາ (ພາບ: TTXVN)  

ວັນທີ 13 ມີນາ, ຢູ່ ເກີນເທີ, ມະຫາວິທະຍາໄລ ເກີນເທີ ສົມທົບກັບ Global Crop Diversity Trust (ກອງທຶນສາກົນຕົ້ນໄມ້ນາໆຊະນິດທົ່ວໂລກ) ໄດ້ຈັດກອງປະຊຸມສຳມະນາ “ຊີວະນາໆພັນນຳມາເຊິ່ງບັນດາກາລະໂອກາດ, ການຫາເງິນລ້ຽງຊີບ ແລະ ການພັດທະນາຢູ່ ຫວຽດນາມ”. ນີ້ກໍ່ແມ່ນຊື່ຂອງໂຄງການເຊິ່ງຈະໄດ້ຜັນຂະຫຍາຍຢູ່ ຫວຽດນາມ ໄລຍະ 2023 – 2024, ດ້ວຍຍອດລາຍຈ່າຍປະຕິບັດກວ່າ 477.000 USD ໂດຍລັດຖະບານ ນອກແວ ອຸປະຖຳ, ເພື່ອສ້າງທະນາຄານແນວພັນເຂົ້າ, ພັດທະນາເຂົ້າໄໝ່, ຜະລິດອອກບັນດາແນວພັນເຂົ້າທີ່ມີສະມັດຕະພາບສູງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດເປັນຢ່າງດີ…

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ, ພ້ອມກັບເລື່ອງສ້າງບັນດາແນວພັນເຂົ້າໃໝ່, ໂຄງການໄດ້ສຸມໃສ່ຄົ້ນຄວ້າບັນດາມາດຕະການແກ້ໄຂເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນຳໃຊ້ແຫຼ່ງຊັບພະນາກອນປະຢັດ; ສ້າງລະບົບຂໍ້ມູນຮັບໃຊ້ວຽກງານເຕືອນໄພໄວ, ພະຍາກອນອາກາດ, ປ້ອງກັນ ຕ້ານໄພທຳມະຊາດ, ພະຍາດ. ພ້ອມກັນນັ້ນ, ກໍ່ສະເໜີໂຄງການເພີ່ມທະວີການຝຶກອົບຮົມໃຫ້ແກ່ພະນັກງານ, ຊາວກະສິກອນກ່ຽວກັບວິທີເລືອກເອົາແນວພັນ ແລະ ເຕັກນິກການປູກຝັງໃຫ້ເໝາະສົມກັບແຕ່ລະເຂດພາກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top