• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 04 ມິຖຸນາ, ສະພາແຫ່ງຊາດ ຫວຽດນາມ ເລີ່ມຕົ້ນດຳເນີນວາລະຊັກຖາມ. ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລິມ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບບັນດາເນື້ອໃນເຊິ່ງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ແລະ ຫາງສຽງມີຄວາມສົນໃຈ.

 ທີ່ວາລະຊັກຖາມ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕັ້ງຄຳຖາມຫລາຍຂໍ້ ເຊິ່ງຜູ້ມີສິດເລືອກຕັ້ງໃນທົ່ວປະເທດມີຄວາມສົນໃຈກ່ຽວກັບວຽກງານຕໍ່ສູ້, ປ້ອງກັນຕ້ານອາດຊະຍາກຳກ່ຽວກັບການຜະລິດ, ເກັບໂຮມສະສົມ, ຂົນສົ່ງ, ຄ້າຂາຍຢາເສບຕິດຢ່າງຜິດກົດໝາຍ. ເມື່ອຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບບັນຫາດັ່ງກ່າວ, ທ່ານລັດຖະມົນຕີ ໂຕເລິມໃຫ້ຮູ້ວ່າ:

        ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດກໍ່ເອົາໃຈໃສ່ທີ່ສຸດເຖິງວຽກງານປ້ອງກັນຕ້ານຢາເສບຕິດ ແລະ ໄດ້ສະຫງວນແຫຼ່ງກຳລັງຫລາຍຢ່າງໃຫ້ແກ່ວຽກງານນີ້. ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນຕ້ານຢາເສບຕິດ ດ້ວຍການລົງໂທດຢ່າງເຄັ່ງຄັດ. ລັດຖະບານໄດ້ມີແຜນການຜັນຂະຫຍາຍການປ້ອງກັນຕ້ານຢາເສບຕິດ ແລະ ບັນດາກຳລັງທີ່ກ່ຽວຂ້ອງ. ກະຊວງຕຳຫລວດ, ກະຊວງປ້ອງກັນປະເທດ…ໄດ້ມີການສົມທົບກັນ ແລະ ການເຂົ້າຮ່ວມໃນວຽກງານຕໍ່ສູ້ກັບບັນດາບັນຫາທີ່ກ່ຽວຂ້ອງເຖິງອາດຊະຍາກຳຢາເສບຕິດຢ່າງແໜ້ນແຟ້ນ. ພິເສດແມ່ນວຽກງານຮ່ວມມືສາກົນກັບບັນດາປະເທດໃນການປ້ອງກັນຕ້ານຢາເສບຕິດ ເຊິ່ງບັນລຸໄດ້ໝາກຜົນດີຫລາຍຢ່າງ. ຜ່ານນັ້ນ ອາດຢັ້ງຢືນໄດ້ວ່າ ການຊີ້ນຳ ແລະ ການເຂົ້າຮ່ວມຢ່າງຂ້ຽວຂາດຂອງພັກ, ລັດຖະບານ, ສະພາແຫ່ງຊາດ, ບັນດາຂະແໜງການ ແລະ ປະຊາຊົນສຳລັບວຽກງານນີ້ ແມ່ນຂ້ຽວຂາດທີ່ສຸດໃນໄລຍະຜ່ານມາ.


ທ່ານລັດຖະມົນຕີກະຊວງຕຳຫລວດ ໂຕເລິມ ຕອບຄຳຊັກຖາມ (ພາບ: quochoi.vn)

ທ່ານລັດຖະມົນຕີ ໂຕເລິມ ກໍ່ເນັ້ນໜັກວ່າ: ຫວຽດນາມ ແລະ ພາກພື້ນ ອາຊຽນ ໄດ້ມີຫຼັກໝັ້ນລວມກ່ຽວກັບບັນຫາປ້ອງກັນຕ້ານຢາເສບຕິດ ເມື່ອອອກຖະແຫຼງການຮ່ວມບໍ່ຍອມຮັບການຫັນຢາເສບຕິດໃຫ້ຖືກຕາມກົດໝາຍ ໃນນັ້ນກໍ່ໄດ້ຢືນຢັນວ່າ ບັນດາປະເທດ ອາຊຽນ ບໍ່ຫັນຢາເສບຕິດໃຫ້ຖືກຕາມກົດໝາຍ ແລະ ບັນດາປະເທດ ອາຊຽນ ສາມັກຄີຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳນີ້.

        ແລະກໍ່ໃນວາລະຊັກຖາມ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ: ວຽກງານປ້ອງກັນຕ້ານອາດຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນຫລາຍຢ່າງ. ຫວຽດນາມ ໄດ້ ແລະ ພວມແມ່ນສະຖານທີ່ແຫ່ງຄວາມປອດໄພຂອງແຂກທ່ອງທ່ຽວສາກົນ. ກະຊວງຕຳຫລວດ ຫວຽດນາມ ກໍ່ພວມເພີ່ມທະວີວຽກງານຕໍ່ສູ້, ປ້ອງກັນຕ້ານການລະເມີດກົດໝາຍ ແລະ ອາດຊະຍາກຳທີ່ຄຸກຄາມຄວາມປອດໄພການຈະລາຈອນ.

 

ເມື່ອຕິດຕາມການຕອບຄຳຊັກຖາມຂອງທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລິມ ໃນຕອນເຊົ້າວັນດຽວກັນ, ຜູ້ມີສິດເລືອກຕັ້ງນະຄອນ ຫາຍຟ່ອງ ຖືວ່າ: ທ່ານລັດຖະມົນຕີໄດ້ຕອບຖືກຕາມຄຳຊັກຖາມ, ຖືກບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top