• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 14 ສືບຕໍ່ເຮັດວຽກ

-ວັນທີ 27 ຕຸລາ, ສະພາແຫ່ງຊາດຫວຽດນາມສືບຕໍ່ປຶກສາຫາລືກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມປີ 2018 ແລະ 3 ປີແຫ່ງການປະຕິບັດແຜນການ 5 ປີ 2016-2020; ແຜນພັດທະນາເສດຖະກິດ - ສັງຄົມປີ 2019; ແຜນການສ້າງໂຄງປະກອບເສດຖະກິດໄລຍະ 5 ປີ 2016-2020 ຄືນໃໝ່; ໝາກຜົນ 3 ປີແຫ່ງການປະຕິບັດບັນດານະໂຍບາຍໜູນຊ່ວຍແກ່ການພັດທະນາເສດຖະກິດ-ສັງຄົມຢູ່ເຂດບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ການປະຕິບັດມະຕິອະນຸມັດຜ່ານແຜນນະໂຍບາຍລົງທຶນບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 2016-2020.

ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ 14 

ທີ່ການປຶກສາຫາລືກ່ຽວກັບໝາກຜົນ 3 ປີແຫ່ງການປະຕິບັດບັນດານະໂຍບາຍໜູນຊ່ວຍແກ່ການພັດທະນາເສດຖະກິດ-ສັງຄົມຢູ່ເຂດບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ທ່ານນາງ ເຈີນທິຮວາຣີ ສ.ສ.ຊ ແຂວງ ບາກລຽວ ຖືວ່າ :

“ ຂ້າພະເຈົ້າເຫັນດີກັບຂໍ້ສະເໜີຂອງສະພາຊົນເຜົ່າ. ສະພາແຫ່ງຊາດຄວນປະກາດໃຊ້ມະຕິກ່ຽວກັບນະໂຍບາຍຊົນເຜົ່າ ຊຶ່ງແມ່ນໂຄງການເປົ້າໝາຍແຫ່ງຊາດທີ່ມີລັກສະນະສັງລວມ, ກຳນົດທິດຍາວນານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຢູ່ເຂດບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໃນໄລຍະທີ່ຈະມາເຖິງ”

       ສຳລັບການປຶກສາຫາລືກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ກໍໄດ້ຖືກອອກອາກາດສົດທາງວິທະຍຸ ແລະ ໂທລະພາບເພື່ອໃຫ້ຜູ້ມີສິດເລືອກຕັ້ງຕິດຕາມ. ແລະ ຜ່ານການຕິດຕາມນັ້ນ, ຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມຫວັງຢາກຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ ແລະ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດພັດທະນາ. ຜູ້ມີສິດເລືອກຕັ້ງ ເຢືອງທິເຫ້ວ ຢູ່ນະຄອນດານັ້ງ ໃຫ້ຮູ້ວ່າ ສະພາບການ ເສດຖະກິດ-ສັງຄົມປີ 2018 ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ເສດຖະກິດມະຫາພາກເປັນປົກກະຕິ,  ແລະ ໄພເງິນເຟີ້ໄດ້ຮັບການຄວບຄຸມ. ສ່ວນຜູ້ມີສິດເລືອກຕັ້ງ ຫງວຽນຖ້ຽນເງ້ຍ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ຈາວິງ ຖືວ່າ ບັນຍາກາດປຶກສາຫາລືຢູ່ສະພາແຫ່ງຊາດ ໄດ້ເຂົ້ຢາສູ່ລວງເລິກ ແລະ ຮອບດ້ານພໍສົມຄວນ. ການປະກອບຄຳຄິດເຫັນຂອງບັນດາ ສ.ສ.ຊ ແມ່ນມີຈິດໃຈຄວາມຮັບຜິດຊອບ, ກົງໄປກົງມາ ແລະ ປະກອບຄຳຄິດເຫັນຫຼາຍຂໍ້ເຂົ້າໃນບົດລາຍງານຂອງລັດຖະບານ.

ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top