• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ ປະກອບຄຳເຫັນໃສ່ຮ່າງກົດໝາຍ 4 ສະບັບ

ກອງປະຊຸມໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍ 4 ສະບັບ, ເຊິ່ງລວມມີ ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ; ຮ່າງກົດໝາຍວ່າດ້ວຍການແຂ່ງຂັນ, ມອບລາງວັນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍ ຮູບເງົາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ).
  ບັນດາສະມາຊິກສະພາແຫ່ງຊາດສະເພາະກິດ ຢູ່ຫໍສະພາແຫ່ງຊາດ (ພາບປະກອບ: ສະພາແຫ່ງຊາດ)  

 ໃນລະຫວ່າງວັນທີ 28 – 29 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ. ກອງປະຊຸມໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍ 4 ສະບັບ, ເຊິ່ງລວມມີ ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ; ຮ່າງກົດໝາຍວ່າດ້ວຍການແຂ່ງຂັນ, ມອບລາງວັນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍ ຮູບເງົາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ). ຮ່າງກົດໝາຍສະບັບເຫຼົ່ານີ້ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ XV.


(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top