• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ຂອງ - ສ.ເກົາຫລີ ຄັ້ງທີ 10

      ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ຖືວ່າ: ການຮ່ວມມືແມ່ຂອງ -ສ.ເກົາຫລີ ຄວນຫນູນຊ່ວຍບັນດາປະເທດສະມາຊິກ ແກ້ໄຂຄວາມຫຍຸ້ງຍາກ ແລະ ກຳແຫນ້ນກາລະໂອກາດພັດທະນາໃຫມ່. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ທີ່ກອງປະຊຸມ
(ພາບ:ກະຊວງລັດຖະມົນຕີການຕ່າງປະເທດຫວຽດນາມ)
      ວັນທີ 28 ກັນຍາ, ກອງປະຊຸມລັດຖະມົນຕີແມ່ຂອງ - ສ.ເກົ າຫລີ ຄັ້ງທີ 10 ໄດ້ຈັດຕັ້ງຕາມຮູບການອອນລາຍ ພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີ່ງມີງ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha  ພ້ອມດ້ວຍການເຂົ້າຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ໄທ.
ທີ່ກອງປະຊຸມ, ບັນດາທ່ານລັດຖະມົນຕີ ຮຽກຮ້ອງການເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ເພື່ອຄວບຄຸມ, ຮັບມື ແລະ ຫລຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ 19, ສົ່ງເສີມການເຂົ້າຮ່ວມຂອງວິສາຫະກິດ ແລະ ທ້ອງຖິ່ນ, ເພີ່ມທະວີການປະສານສົມທົບ,  ຫນູນຊ່ວຍ ອາຊຽນ ແລະ ບັນດາຂອບເຂດການຮ່ວມມືແມ່ຂອງອື່ນ.
ບັນດາລັດຖະມົນຕີ ໄດ້ຮັບຮອງເອົາແຜນການດຳເນີນງານໄລຍະ 2021 -2025 ດ້ວຍບັນດາເປົ້າໝາຍ ແລະ ມາດຕະການລະອຽດ ເພື່ອພ້ອມກັນສົມທົບຜັນຂະຫຍາຍສ້າງການພົວພັນຄູ່ຮ່ວມມືເພື່ອປະຊາຊົນ, ຄວາມວັດທະນາຖາວອນ ແລະ ສັນຕິພາບ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ຖືວ່າ: ການຮ່ວມມືແມ່ຂອງ -ສ.ເກົາຫລີ ຄວນຫນູນຊ່ວຍບັນດາປະເທດສະມາຊິກ ແກ້ໄຂຄວາມຫຍຸ້ງຍາກ ແລະ ກຳແຫນ້ນກາລະໂອກາດພັດທະນາໃຫມ່. ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີ ໄດ້ຮັບຮອງເອົາຖະແຫລງການປະທານຮ່ວມກອງປະຊຸມຂັ້ນສູງແມ່ຂອງ - ສ.ເກົາຫລີ ຄັ້ງທີ 2 ເນື່ອງໃນໂອກາດຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ໃນເດືອນພະຈິກ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top