• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີກະຊວງການເງິນ ອາຊຽນ+3 ວາງອອກວິທີການ ເພື່ອແນໃສ່ຮັບມືກັບບັນດາວິກິດການດ້ານການເງິນ

      ລັດຖະມົນຕີກະຊວງການເງິນ ບັນດາປະເທດ ອາຊີ  ໄດ້ເຫັນດີເປັນເອກະພາບຕໍ່ການພິຈາລະຈານໍາສະກຸນເງິນເຢັນຂອງ ຍີ່ປຸ່ນ ແລະ ສະກຸນເງິນຢວນຂອງ ຈີນ ເຂົ້າໃນບັນດາຂໍ້ຕົກລົງແລກປ່ຽນເງິນຕາ ພ້ອມກັບສະກຸນເງິນ USD

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກຢູ່ກອງປະຊຸມ ( ພາບ: YONHAP/TTXVN )
      ລັດຖະມົນຕີກະຊວງການເງິນ ບັນດາປະເທດ ອາຊີ  ໄດ້ເຫັນດີເປັນເອກະພາບຕໍ່ການພິຈາລະຈານໍາສະກຸນເງິນເຢັນຂອງ ຍີ່ປຸ່ນ ແລະ ສະກຸນເງິນຢວນຂອງ ຈີນ ເຂົ້າໃນບັນດາຂໍ້ຕົກລົງແລກປ່ຽນເງິນຕາ ພ້ອມກັບສະກຸນເງິນ USD ໃນຄວາມານະພະຍາຍາມຮັບມືກັບບັນດາວິກິດການດ້ານການເງິນ ທີ່ອາດຈະເກີດຂຶ້ນ, ພ້ອມທັງປະຕິເສດລັດທິອາລັກຂາ ໃນສະພາບການແກ່ງແຍ້ງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຍັງບໍ່ທັນສິ້ນສຸດລົງເທື່ອ. ໃນຖະແຫຼງການຮ່ວມ ພາຍຫຼັງ ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ພ້ອມກັບ ຍີ່ປຸ່ນ, ຈີນ, ສ.ເກົາຫຼີ (ອາຊຽນ+3) ທີ່ຈັດຂຶ້ນໃນວັນທີ 2 ພຶດສະພາ ຢູ່ Fiji, ຜູ້ແທນບັນດາປະເທດເຂົ້າຮ່ວມໄດ້ເນັ້ນໜັກວ່າ ການເພີ່ມເຕີມບັນດາສະກຸນເງິນພາຍໃນ ເຂົ້າໃນຂໍ້ຕົກລົງແລກປ່ຽນເງິນຕາແມ່ນ “ການເລືອກເຟັ້ນເພີ່ມທະວີ” ໃຫ້ແກ່ອະນາຄົດ.
        ຖະແຫຼງການຮ່ວມກໍຊີ້ແຈ້ງວ່າ ບັນດາປະເທດໄດ້ໃຫ້ຄໍາໝັ້ນສັນຍາສະໜັບສະໜູນລະບົບການຄ້າຫຼາຍຝ່າຍ ໂດຍອີງໃສ່ຫຼັກການ, ພ້ອມທັງຄັດຄ້ານທຸກຮູບການຂອງລັດທິອາລັກຂາ.  
(ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top