• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີ APEC ປຶກສາຫາລືກ່ຽວກັບການເປີດປະຕູຕະຫຼາດ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ

      ປະຊຸມລັດຖະມົນຕີ ການຕ່າງປະເທດ ແລະ ການຄ້າຂອງ 21 ພື້ນຖານເສດຖະກິດ ທີ່ເປັນສະມາຊິກຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຖືກໄຂຂຶ້ນໃນວັນທີ 15 ພະຈິກ ຢູ່ນະຄອນຫຼວງ Port Morseby ຂອງປະເທດ ປາປົວນິວກີເນ. 
            ຄາດວ່າ ບັນດາລັດຖະມົນຕີຈະປຶກສາຫາລືກ່ຽວກັບບັນດາມາດຕະການ ເພື່ອແນໃສ່ເປີດປະຕູຕະຫຼາດ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນໃຫ້ຫຼາຍກວ່າອີກ ໃນສະພາບທີ່ລັດທິອາລັກຂານັບມື້ນັບເພີ່ມຂຶ້ນ. ບັນດາລັດຖະມົນຕີກໍຈະພິຈາລະນາບັນດາມາດຕະການເພື່ອແນໃສ່ຫັນຂໍ້ຕົກລົງກ່ຽວກັບ ຄວາມເສລີດ້ານການຄ້າ ພາກພື້ນ ອາຊີ - ປາຊີຟິກ (FTAAP) ທີ່ກວມເອົາປະມານ  ½ ການຄ້າທົ່ວໂລກ ແລະ 60% ເສດຖະກິດທົ່ວໂລກໃຫ້ປະກົດຜົນເປັນຈິງ.
        ກອງປະຊຸມຄັ້ງນີ້ ຈະເປີດຊ່ອງທາງໃຫ້ແກ່ກອງປະຊຸມຂັ້ນສູງ APEC ເຊິ່ງຄາດວ່າ ຈະໄດ້ດໍາເນີນໃນວັນທີ 17 – 18 ພະຈິກ ຢູ່ ປະເທດ ປາປົວ ນິວກີເນ ດ້ວຍການເຂົ້າຮ່ວມຂອງການນໍາຈາກຫຼາຍພື້ນຖານເສດຖະກິດສະມາຊິກ, ໃນນັ້ນລວມມີ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານປະທານປະເທດ ຈີນ ສີຈີນຜິງ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison, ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. 
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top