• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປະສານງານລວມກະກຽມໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 33

      ໃນລະຫວ່າງວັນທີ 15 – 16 ຕຸລາ, ຢູ່ສິງກະໂປ ໄດ້ດຳເນີນກອງປະຊຸມປະສານງານລວມ (JCM) ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

(ກອງປະຊຸມປະສານງານລວມກະກຽມໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 33)
      ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
        ທີ່ກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງຕັ້ງໜ້າພ້ອມກັບບັນດາປະເທດອາຊຽນ ສະໜັບສະໜູນປະເທດປະທານສິງກະໂປ ຈັດຕັ້ງກອງປະຊຸມສຸດຍອດອາຊຽນ 33 ແລະ ບັນດາກອງປະຊຸມທີ່ກ່ຽວຂອງໃຫ້ບັນລຸຜົນສຳເລັດ, ຫັນບັນດາບຸລິມະສິດສ້າງປະຊາຄົມອາຊຽນ ເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງຂອງປີ 2018 ເປັນລະອຽດ. ທ່ານຮອງລັດຖະມົນຕີ ກໍ່ເຂົ້າຮ່ວມການປະກອບຄຳເຫັນໃສ່ບັນດາເນື້ອໃນລະອຽດເພື່ອກະກຽມໃຫ້ຂັ້ນສູງ, ໃນນັ້ນມີການສົມທົບກັນກະກຽມໃຫ້ແກ່ກອງປະຊຸມສຸດຍອດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືອາຊຽນ - ຍີ່ປຸ່ນ. ປະຈຸບັນ, ຫວຽດນາມ ພວມດຳລົງຕຳແໜ່ງເປັນຜູ້ປະສານງານການພົວພັນອາຊຽນ - ຍີ່ປຸ່ນ, ຈະເປັນປະທານວາລະປຶກສາຫາລືລະຫວ່າງອາຊຽນ ແລະ ຍີ່ປຸ່ນ ທີ່ກອງປະຊຸມຄັ້ງນີ້.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ.

Top