• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທົ່ວປະເທດກ່ຽວກັບໂຄງການວິທະຍາສາດເຕັກໂນໂລຢີ ຮັບໃຊ້ການກໍ່ສ້າງຊົນນະບົດໃໝ່

      ຕອນເຊົ້າວັນທີ 06 ສິງຫາ, ຢູ່ແຂວງຫວິງຟຸກ, ກະຊວງກະສິກຳ ແລະພັດທະນາຊົນລະບົດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດ ກ່ຽວກັບໂຄງການວິທະຍາສາດເຕັກໂນໂລຢີຮັບໃຊ້ການກໍ່ສ້າງຊົນນະບົດໃໝ່, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້.

(ພາບປະກອບ: tapchituyengiao) 
      ກອງປະຊຸມໄດ້ຈັດຕັ້ງເພື່ອແນໃສ່ຊອກຫາບັນດາກຸ່ມມາດຕະການເພື່ອຍົກສູງກໍາລັງຄວາມສາມາດໃຫ້ແກ່ຊາວກະສິກອນ; ພັດທະນາກໍາລັງຄວາມສາມາດຂອງແມ່ຍິງເຂດຊົນນະບົດ; ເສີມຂະຫຍາຍບົດບາດຂອງສະມາຄົມຊາວກະສິກອນ; ກໍ່ສ້າງ ແລະ ຍົກສູງຄຸນນະພາບການເຄື່ຶອນໄຫວຂອງບັນດາກອງທຶນຊ່ວຍເຫຼືອຊາວກະສິກອນ; ເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງ ແລະ ໝູ່ຄະນະອາສາສະໝັກ; ເພີ່ມທະວີບັນດາມາດຕະການກ່ຽວກັບການສື່ສານ. ຜ່ານນັ້ນ, ສ້າງເງື່ອນໄຂໃຫ້ວິສາຫະກິດສໍາຜັດກັບບັນດາຜະລິດຕະພັນວິທະຍາສາດ ແລະ ເຕັກໂນໂລຢີໄວທີ່ສຸດ, ດ້ວຍຄ່າໃຊ້ຈ່າຍຕໍ່າທີ່ສຸດ; ສ້າງສໍາເລັດບັນດາເນື້ອໃນພື້ນຖານ ແລະ ລະອຽດຂອງນະໂຍບາຍໜູນຊ່ວຍວິສາຫະກິດໃນການໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ ເຂົ້າໃນຂະແໜງກະສິກໍາ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top