• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 15 ຂອງຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ວຽກງານປ້ອງກັນດ້ານໂລກລະບາດຍັງແມ່ນບັນຫາພື້ນຖານ, ມີລັກສະນະຍຸດທະສາດ, ຍາວນານ, ເປັນການຕັດສິນ, ການປ້ອງກັນໂລກລະບາດໄດ້ເປັນຢ່າງດີນັ້ນບໍ່ແມ່ນ ຕ້ານໂລກລະບາດ…
  (ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປະຊຸມ)  

 ຕອນເຊົ້າວັນທີ 05 ກໍລະກົດ, ກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີ 15 ຂອງຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳໃຫ້ຮູ້ວ່າ, ໃນໄລຍະຜ່ານມາ ໄດ້ເກີດໄວຣັດກາຍພັນໃໝ່ຢູ່ຫຼາຍປະເທດ ແລະ ຢູ່ພາກພື້ນ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ວຽກງານປ້ອງກັນດ້ານໂລກລະບາດຍັງແມ່ນບັນຫາພື້ນຖານ, ມີລັກສະນະຍຸດທະສາດ, ຍາວນານ, ເປັນການຕັດສິນ, ການປ້ອງກັນໂລກລະບາດໄດ້ເປັນຢ່າງດີນັ້ນບໍ່ແມ່ນ ຕ້ານໂລກລະບາດ… ໃນນັ້ນ, ໃນຕົວຈິງສະແດງໃຫ້ເຫັນວ່າ ວັກຊິນຍັງແມ່ນອາວຸດຕັດສິນໃຈ, ພ້ອມກັນນັ້ນແມ່ນການປັບປຸງ, ຍົກສູງກຳລັງຄວາມສາມາດດ້ານການແພດສຳຮອງ, ການແພດຂັ້ນຮາກຖານ. ເລື່ອງສັກວັກຊິນແມ່ນສິດຜົນປະໂຫຍດ, ແມ່ນໜ້າທີ່ ແລະ ພັນທະຂອງແຕ່ລະຄົນ ເພື່ອປົກປ້ອງຕົນເອງ, ຄອບຄົວ ແລະ ປະຊາຄົມ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຮັບປະກັນວຽກງານປົກປ້ອງ, ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ປ້ອງກັນ, ຕ້ານ, ປິ່ນປົ່ວໂລກລະບາດປະເພດອື່ນໆ. ທ່ານກ່າວວ່າ:

“ຈຸດໝາຍສຳຄັນທີ່ສຸດຂອງພວກເຮົາແມ່ນຄວບຄຸມໂລກລະບາດ ແລະ ບໍ່ປະໃຫ້ໂລກລະບາດເກີດຂຶ້ນຄືນໃໝ່.  ທັດສະນະຂອງການຊີ້ນຳແມ່ນຊີວິດ, ສຸຂະພາບ; ປະຊາຊົນແມ່ນເຈົ້າກຳ, ແມ່ນໃຈກາງ, ໄຊຊະນະໂລກລະບາດແມ່ນໄຊຊະນະຂອງປະຊາຊົນ; ປ້ອງກັນພະຍາດດີກ່ວາປິ່ນປົ່ວພະຍາດ. ປ້ອງກັນໂລກລະບາດແມ່ນພື້ນຖານ, ຍຸດທະສາດ, ຍາວນານ, ຕັດສິນຊີ້ຂາດ, ປ້ອງກັນໂລກລະບາດເປັນຢ່າງດີ ຈະບໍ່ຕ້ອງຕ້ານໂລກລະບາດ, ຕ້ານໂລກລະບາດແມ່ນວຽກງານຕ້ອງປະຕິບັດຢ່າງເປັນປະຈຳ, ສຳຄັນ, ບຸກທະລຸ; ປ້ອງກັນຕ້ານໂລກລະບາດແມ່ນວຽກງານຂອງທົ່ວລະບົບການເມືອງ.”

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top