• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂອງ ອາຊຽນ ກ່ຽວກັບ ສະພາບການ ໄທ ແລະ ກຳປູເຈຍ ທີ່ຈະຈັດຂຶ້ນໃນວັນທີ 22 ທັນວາ

ທ່ານ ອັນວາ ອິບາຮິມ, ນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ການນຳຂອງ ໄທ ແລະ ກຳປູເຈຍ ລ້ວນແລ້ວເປັນເອກະພາບຈະເຂົ້າຮ່ວມການປະຊຸມ.
ທ່ານ ອັນວາ ອິບາຮິມ, ນາຍົກລັດຖະມົນຕີ ມາເລເຊຍ (ພາບ: REUTERS/Hasnoor Hussain)
ບັນດາລັດຖະມົນຕີກະຊວງການຕ່າງປະເທດ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄາດວ່າ ຈະຈັດການປະຊຸມ ຢູ່ນະຄອນຫຼວງກົວລາລຳເປີ ໃນວັນທີ 22 ທັນວາ ເພື່ອຊອກຫາວິທີຫຼຸດຜ່ອນຄວາມເຄັ່ງຕຶງຢູ່  ລຽບຕາມເສັ້ນຊາຍແດນ ໄທ-ກຳປູເຈຍ. ໂດຍຢັ້ງຢືນຂໍ້ມູນນີ້ກັບສື່ມ່ວນຊົນໃນວັນທີ 17 ທັນວາ, ທ່ານ ອັນວາ ອິບາຮິມ, ນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ການນຳຂອງ ໄທ ແລະ ກຳປູເຈຍ ລ້ວນແລ້ວເປັນເອກະພາບຈະເຂົ້າຮ່ວມການປະຊຸມດັ່ງກ່າວ, ພ້ອມນັ້ນ ກໍ່ໃຫ້ຮູ້ຕື່ມ ທັດສະນະລວມຂອງ ລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດອາຊຽນ ຈະສວມບົດບາດສຳຄັນໃນການເກ້ຍກ່ອມ ໃຫ້ທັງສອງຝ່າຍ ຫຼຸດຜ່ອນຄວາມເຄັ່ງຕຶງ. ທ່ານ ອັນວາ ໄດ້ເວົ້າວ່າ ໄທ ແລະ ກຳປູເຈຍ ລ້ວນແຕ່ ເຫັນດີເປັນເອກະພາບ ກັບ ກຸ່ມປະເທດສັງເກດການຂອງອາຊຽນ, ໃນນັ້ນ, ທ່ານນາຍົກລັດຖະມົນຕີ ໄທ ແລະ ກຳປູເຈຍ ລ້ວນແຕ່ຫວັງວ່າຈະ ສາມາດບັນລຸວິທີການແກ້ໄຂໂດຍສັນຕິວິທີໄດ້ຍິ່ງໄວກໍຍິ່ງດີ. ທ່ານ ໄດ້ສະແດງຄວາມຫວັງວ່າບັນດາຝ່າຍ ຈະສາມາດບັນລຸໄດ້ຂໍ້ຕົກລົງ ໃນການປະຊຸມວັນທີ 22 ທັນວາ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ.

Top