• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ ການແພດຕາເວັນອອກ, ການແພດພື້ນເມືອງ ບັນດາປະເທດອະນຸພາກພື້ນແມ່່ນໍ້າຂອງ ຄັ້ງທີ 9 ຈະຈັດຂຶ້ນຢູ່ຮ່າໂນ້ຍ

ໃນລະຫວ່າງວັນທີ 5 – 6 ກັນຍາ, ຢູ່ຮ່່າໂນ້ຍ ຈະດໍາເນີນກອງປະຊຸມການແພດຕາເວັນອອກ, ການແພດພື້ນເມືອງ ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 9 ປີ 2019 ດ້ວຍຫົວຂໍ້ວ່າ “ການແພດຕາເວັນອອກໃນການສົ່ງເສີມສຸຂະພາບຂອງວົງຄະນະຍາດ” ໂດຍ ກະຊວງສາທາລະນະສຸກຫວຽດນາມ ເປັນເຈົ້າພາບຈັດຕັ້ງ.

ການນໍາກະຊວງສາທາລະນະສຸກ ຫວຽດນາມ ຖະແຫຼງຂ່າວກ່ຽວກັບກອງປະຊຸມການແພດຕາເວັນອອກ, ການແພດພື້ນເມືອງ ບັນດາປະເທດອະນຸພາກພື້ນແມ່່ນໍ້າຂອງ ຄັ້ງທີ 9 (ພາບ: PA)

ກອງປະຊຸມດັ່ງກ່າວ ເພື່ອແນໃສ່ຕີລາຄາໝາກຜົນຂອງການຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ວາງອອກຢູ່ກອງປະຊຸມຄັ້ງທີ 8 ປີ 2017 ທີ່ຈັດຂຶ້ນຢູ່ ຢາງກຸງ ປະເທດມຽນມາ, ພ້ອມທັງສືບຕໍ່ປຶກສາຫາລືກ່ຽວກັບບັນດາເນື້ອໃນການຮ່ວມມືກ່ຽວກັບການແພດຕາເວັນອອກຂອງບັນດາປະເທດຂຶ້ນກັບເຂດອະນຸພາກພື້ນແມ່ນໍ້າຂອງ.

        ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງຜູ້ແທນເກືອບ 250 ທ່ານ ທີ່ມາຈາກບັນດາປະເທດເຂດລຸ່ມແມ່ນໍ້າຂອງ, ບາງປະເທດໃນກຸ່ມ ອາຊຽນ, ອົງການຈັດຕັ້ງສາກົນ ປະຈໍາ ຫວຽດນາມ ແລະ ຜູ້ແທນຂອງຫວຽດນາມ. ໃນຂອບເຂດກອງປະຊຸມ ຈະມີບັນດາການເຄື່ອນໄຫວຄື: ງານວາງສະແດງກ່ຽວກັບ ການແພດຕາເວັນອອກຂອງບັນດາປະເທດ, ການສະແດງບັນດາວິທີປິ່ນປົ່ວພະຍາດດ້ວຍການແພດຕາເວັນອອກ ທີ່ເປັນເອກະລັກສະເພາະ ແລະ ກອງປະຊຸມສໍາມະນາວິທະຍາສາດສາກົນ. ນອກຈາກນັ້ນ, ຢູ່ກອງປະຊຸມຍັງຈະສະເໜີບັນດາເນື້ອໃນຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງ ແລະ ຫວຽດນາມ ກັບ ຈີນ ກ່ຽວກັບການອະນຸລັກຮັກສາ, ພັດທະນາການແພດຕາເວັນອອກ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top