• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ AMM 51: ສິງກະໂປ ຮຽກຮ້ອງປັບປຸງໂຄງປະກອບພາກພື້ນ ອາຊຽນ ເປັນໃຈກາງ

ວັນທີ 02 ສິງຫາ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ເນັ້ນໜັກວ່າ ບັນດາປະເທດສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຕ້ອງສືບຕໍ່ເພີ່ມທະວີໂຄງປະກອບພາກພື້ນເປີດ, ຮອບດ້ານ ແລະ ຖື ອາຊຽນ ເປັນໃຈກາງ.

ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ (ພາບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51 (AMM 51), ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ເນັ້ນໜັກວ່າ ໂຄງປະກອບດັ່ງກ່າວ ໄດ້ປະກອບສ່ວນຮັບປະກັນສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ. ທ່ານ ຢືນຢັນວ່າ ສິ່ງສຳຄັນແມ່ນ ອາຊຽນ ຄວນສືບຕໍ່ສະໜັບສະໜູນລະບົບຫລາຍຝ່າຍ ແລະ ສົມທົບກັບບັດດາຄູ່ຮ່ວມມື, ຮ່ວມຈິດຮ່ວມໃຈ ເພື່ອເພີ່ມທະວີຕາໜ່າງການຮ່ວມມືຂອງອົງການນີ້.

        ແລະກໍ່ໃນວັນດຽວກັນ, ອາຊຽນ ໄດ້ເຫັນດີເປັນເອກະສັນຮັບຮອງເອົາເລື່ອງເປີດກ້ວາງສົນທິສັນຍາສະໜິດສະໜົມ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC) ໃຫ້ ອີຣານ ແລະ ອາກຊັງຕິນ ເຂົ້າຮ່ວມ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top