• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທັບອິນເດຍ, ຈີນ ດຳເນີນເຈລະຈາຂັ້ນສູງກ່ຽວກັບບັນຫາຊາຍແດນ

      ຄະນະຜູ້ແທນອິນເດຍ ເຂົ້າຮ່ວມການເຈລະຈາ ໄດ້ຮຽກຮ້ອງຟື້ນຟູສະພາບເດີມຢູ່ບັນດາເຂດມີຄວາມສະດຸ້ງໄວ້ຢູ່ລຽບຕາມເສັ້ນຊາຍແດນຄວບຄຸມໃນພື້ນທີ່ຕົວຈິງ

ອິນເດຍ ຮຽກຮ້ອງຟື້ນຟູສະພາບເດີມຢູ່ບັນດາເຂດມີຄວາມສະດຸ້ງໄວ້
(ພາບ: ANI/VOV)
      ສື່ມວນຊົນອິນເດຍ ໃຫ້ຂ່າວວ່າ, ວັນທີ 06 ມິຖຸນາ, ກອງທັບອິນເດຍ ແລະ ຈີນ ໄດ້ດຳເນີນການເຈລະຈາຂັ້ນສູງດ້ວຍວິທີສຳພັດ “ຕັ້ງໜ້າ”, ໂດຍໄດ້ຊີ້ໃຫ້ເຫັນວ່າ 2 ຝ່າຍມີແນວຄິດຢຸດຕິສະພາບປະເຊີນໜ້າຢ່າງຂ້ຽວຂາດທີ່ແກ່ຍາວເປັນເວລາກວ່າ 1 ເດືອນຜ່ານມາຢູ່ເຂດພູທາງທິດຕາເວັນອອກ Ladakh ຜ່ານການເຈລະຈາສັນຕິພາບ. ຄະນະຜູ້ແທນອິນເດຍ ເຂົ້າຮ່ວມການເຈລະຈາໄດ້ຮຽກຮ້ອງຟື້ນຟູສະພາບເດີມຢູ່ບັນດາເຂດມີຄວາມສະດຸ້ງໄວ້ຢູ່ລຽບຕາມເສັ້ນຊາຍແດນຄວບຄຸມໃນພື້ນທີ່ຕົວຈິງ (LAC), ກໍຄືສະເໜີໃຫ້ຝ່າຍຈີນ ຖອນທະຫານເພີ່ມອອກຈາກເຂດນີ້. ກອງທັບ ແລະ ກະຊວງການຕ່າງປະເທດອິນເດຍ ບໍ່ສະໜອງຂໍ້ມູນລາຍລະອຽດກ່ຽວກັບການເຈລະຈາດັ່ງກ່າວ. ໂຄສົກທະຫານບົກອິນເດຍ ພຽງແຕ່ໃສ່ໃຈວ່າ “ບັນດາເຈົ້າໜ້າທີ່ອິນເດຍ ແລະ ຈີນ ສືບຕໍ່ແຊກແຊງຜ່ານບັນດາຊ່ອງທະຫານ ແລະ ການທູດທີ່ມີຢູ່ແລ້ວ ເພື່ອແກ້ໄຂສະພາບການໃນປະຈຸບັນຢູ່ເຂດຊາຍແດນລະຫວ່າງອິນເດຍ-ຈີນ”.
(ແຫຼ່ງຄັດຈາກ VOV)

 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top