• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວ່າ 5,3 ຕື້ USD ລົງທຶນເຂົ້າເຂດອຸດສາຫະກຳ ນະຄອນ ໂຮ່ຈີມິນ

ບັນດາເຂດຜະລິດສົ່ງອອກ ແລະ ອຸດສາຫະກຳ ນະຄອນ ໂຮ່ຈີມິນ (HEPZA) ໄດ້ດຶງດູດກວ່າ 5,3 ຕື້ USD ຍອດເງິນລົງທຶນ, ເພີ່ມຂຶ້ນ 0,37% ເມື່ອທຽບໃສ່ປີ 2024
  ເຂດຜະລິດສົ່ງອອກ ແລະ ອຸດສາຫະກຳ ນະຄອນ ໂຮ່ຈີມິນ ໄດ້ດຶງດູດກວ່າ 5,3 ຕື້ USD ຍອດເງິນລົງທຶນ (ພາບ: TTXVN)  

ປີ 2025, ບັນດາເຂດຜະລິດສົ່ງອອກ ແລະ ອຸດສາຫະກຳ ນະຄອນ ໂຮ່ຈີມິນ (HEPZA) ໄດ້ດຶງດູດກວ່າ 5,3 ຕື້ USD ຍອດເງິນລົງທຶນ, ເພີ່ມຂຶ້ນ 0,37% ເມື່ອທຽບໃສ່ປີ 2024 ແລະ ລື່ນ 17,5% ເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ. ກ່ຽວກັບການລົງທຶນຕ່າງປະເທດ (FDI), ທາງນະຄອນໄດ້ດຶງດູດຍອດເງິນລົງທຶນກວ່າ 3,39 ຕື້ USD; ໃນນັ້ນ, ອອກໃຫ້ໃໝ່ 210 ໂຄງການ ດ້ວຍທຶນຈົດທະບຽນ 1,93 ຕື້ USD.

ຢືນອັນດັບທີ 1 ໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນທີ່ມີຫຼາຍໂຄງການໃໝ່ໄດ້ຮັບອະນຸຍາດຢູ່ HEPZA ແມ່ນ ຮົ່ງກົງ (ຈີນ) ດ້ວຍ 66 ໂຄງການ, ມີຍອດເງິນລົງທຶນເກືອບ 392 ຕື້ USD; ຖັດຈາກນັ້ນແມ່ນ ຈີນ, ສິງກະໂປ ຕາມລຳດັບ. ບັນດາໂຄງການດຶງດູດນັກລົງທຶນຕ່າງປະເທດຫຼາຍທີ່ສຸດແມ່ນຂຶ້ນກັບຂົງເຂດກົນຈັກ, ຖັດມາແມ່ນຂະແໜງຢາງ - ປຼາດສະຕິກ, ເອເລັກໂຕນິກ… ກ່ຽວກັບການລົງທຶນຢູ່ພາຍໃນປະເທດ, ທາງນະຄອນໄດ້ດຶງດູດເງິນລົງທຶນປະມານ 1,9 ລ້ານ USD, ເພີ່ມຂຶ້ນ 16,9% ເມື່ອທຽບໃສ່ປີ 2024.

ໃນໄລຍະຈະມາເຖິງ, ຄາດວ່າ HEPZA ຈະກໍ່ສ້າງ ແລະ ຜັນຂະຫຍາຍບັນດາແຜນການເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ ແລະ ສ້າງໂຄງປະກອບບັນດາຂະແໜງອຸດສາຫະກຳຫຼັກແຫຼ່ງຄືນໃໝ່, ຕິດພັນກັບການພັດທະນາອຸດສາຫະກຳເຕັກໂນໂລຊີສູງ, ອັດສະລິຍະ ພາຍຫຼັງທີ່ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ອະນຸມັດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຕ້ອນຮັບຫຼາຍຄະນະແຂກທ່ອງທ່ຽວສາກົນໃນໂອກາດຕົ້ນປີໃໝ່

ຫວຽດນາມ ຕ້ອນຮັບຫຼາຍຄະນະແຂກທ່ອງທ່ຽວສາກົນໃນໂອກາດຕົ້ນປີໃໝ່

ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຕ້ອນຮັບຄະນະນັກທ່ອງທ່ຽວສາກົນທຳອິດມາຢ້ຽມຢາມ ແລະ ຄົ້ນຫາສະຖານທີ່ຕ່າງໆຢູ່ ຫວຽດນາມ.

Top