ພິທີໄຂທຳອິດຂອງ World Cup 2026 ໄດ້ເລີ່ມດຳເນີນໃນວັນທີ 11 ມິຖຸນາ ຢູ່ Mexico City (ເມກຊີໂກ), ໂດຍນັດເຕະທຳອິດຂອງສາຍ A ລະຫວ່າງປະເທດເຈົ້າພາບ ເມັກຊີໂກ ແລະ ອາບຟຼິກກາໃຕ້. ນັບແຕ່ຫົວທີ, World Cup 2026 ມີຈຸດແຕກຕ່າງກັນກັບບັນດາປີກ່ອນ, ເມື່ອຈັດ ພິທີໄຂ 3 ຄັ້ງຢູ່ສາມປະເທດຮ່ວມເປັນເຈົ້າພາບຈັດຕັ້ງ ແລະ ດຳເນີນໃນໄລຍະເວລາ 90 ນາທີ ກ່ອນບັນດານັດເຕະຂອງ ສາມປະເທດ ເມັກຊີໂກ, ການາດາ ແລະ ອາເມລິກາ ຕາມລຳດັບ.
ພິທີໄຂທຳອິດໄດ້ດຳເນີນຢູ່ສະໜາມກິລາ Estadio Azteca, ກ່ອນນັດເຕະຂອງ ເມັກຊີໂກ ແລະ ອາບຟຼິກກາໃຕ້ ໃນເວລາ 13 ໂມງຂອງວັນທີ 11 ມິຖຸນາ, ຕາມເວລາທ້ອງຖິ່ນ. ພິທີໄຂທີສອງ ໄດ້ດຳເນີນຢູ່ ສະໜາມກິລາ BMO Field, ຢູ່ການາດາ. ພິທີໄຂສຸດທ້າຍຢູ່ ສະໜາມກິລາ SoFi Stadium (Los Angeles) ອາເມລິກາ.






