• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

World Cup 2026 ສ້າງ​ສະ​ຖິ​ຕິ​ມີ​ຜູ້​ຊົມຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ

World Cup 2026 ໄດ້​ກາຍ​ເປັນ World Cup ທີ່​ມີ​ຈຳ​ນວນ​ຜູ້​ຊົມ​ມາ​ສະ​ໜາມ​​ກິ​ລາຫຼາຍ​ທີ່​ສຸດ​ໃນ​ປ​ະ​ຫວັດ​ສາດ, ​ລື່ນກາຍ​ລະ​ດັບ​ສະ​ຖິ​ຕິ​ທີ່​ໄດ້​ສ້າງ​ຂຶ້ນ​ໃນ​ຮອບ​ຊິງ​ຊະ​ນະ​ເລີດ​ປີ 1994 ກໍ່​ດຳ​ເນີນ​ຢູ່​ອາ​ເມ​ລິ​ກາ.
ເຊຍ​ຂອງ​ບັນ​ດາ​ປະ​ເທດ​ຢູ່ World Cup 2026 (ພາບ: VOV5)
ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ຂີດ​ໝາຍ​ນີ້​ໄດ້​ກຳ​ນົດ​ພາຍຫຼັງ​ບັນ​ດາ​ນັດເຕະ​ໃນ​ວັນ​ທີ 26 ມິ​ຖຸ​ນາ, ເມື່ອ​ຈຳ​ນວນ​ຜູ້​ຊົມທັງ​ໝົດ​ລື່ນ​ກາຍ​ລະ​ດັບ 3,58 ລ້ານ​ເທື່ອ​ຄົນ ຂອງ World Cup 1994. ຜົນ​ງານ​ນີ້​ບັນ​ລຸ​ໄດ້​ໃນ​ສະ​ພາບ​ການ​ແຂ່ງ​ຂັນ​ຍັງ​ມີ​ເຄິ່ງ​ໜຶ່ງ, ດ້ວຍ​ບັນ​ດາ​ນັດ​ເຕະ knockout ແລະ ຊີງ​ຊະ​ນະ​ເລີດ ຍັງ​ບໍ່​ທັນ​ດຳ​ເນີນ. ສ່ວນຫຼາຍ​ບັນ​ດາ​ນັດ​ເຕະ​ລ້ວນ​ແຕ່​ຮັບ​ຮູ້​ອັດ​ຕາ​ສ່ວນ​ຜູ້​ເຂົ້າ​ຊົມ​ເຕັມ​ສະ​ໜາມ​ກິ​ລາ​ຢູ່​ລະ​ດັບ​ສູງ ໃນຫຼາຍ​ນັດ​ເຕະ​ຢູ່​ບັນ​ດາ​ນະ​ຄອນ​ຂອງ ອາ​ເມ​ລິ​ກາ​ຄື: New York/New Jersey, Los Angeles, Dallas, Atlanta ແລະ Philadelphia. ສະ​ຖິ​ຕິ​ໃໝ່​ໄດ້​ສ້າງ​ຂຶ້ນ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່ ​ຄ່າ​ປີ້​ສູງ, ລະ​ບຽບ​ການ​ເຂົ້າ​ອອກ​ເມືອງ ແລະ ຄ່າ​ເດີນ​ທາງ​ໄປ​ມາ​ຢູ່​ອາ​ເມ​ລິ​ກາ​ເໜືອ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top