• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ໃຫ້ຄຳໝັ້ນສັນຍາຮ່ວມມືກັບ ຫວຽດນາມ ໃນວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ

ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືກັບ WHO; ພ້ອມທັງສະເໜີໃຫ້ຫ້ອງການ WHO ປະຈຳທິດຕາເວັນຕົກມະຫາສະໝຸດປາຊີຟິກ ແລະ ຫ້ອງການ WHO ປະຈຳ ຫວຽດນາມ, ທ່ານປະລິນຍາເອກ Takeshi Kasai ສືບຕໍ່ຕີລາຄາສະພາບໂລກລະບາດຢ່າງທັນການ.

ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືກັບ WHO; ພ້ອມທັງສະເໜີໃຫ້ຫ້ອງການ WHO ປະຈຳທິດຕາເວັນຕົກມະຫາສະໝຸດປາຊີຟິກ ແລະ ຫ້ອງການ WHO ປະຈຳ ຫວຽດນາມ, ທ່ານປະລິນຍາເອກ Takeshi Kasai ສືບຕໍ່ຕີລາຄາສະພາບໂລກລະບາດຢ່າງທັນການ.

    

ທ່ານນາງຮອງປະທານປະເທດ  ຫວໍທິແອັງຊວັນ ຕ້ອນຮັບທ່ານປະລິນຍາເອກ Takeshi Kasai, ຫົວໜ້າອົງການ WHO ປະຈຳທິດຕາເວັນຕົກມະຫາສະໝຸດປາຊີຟິກ

(ພາບ: TTXVN)

ວັນທີ 15 ກໍລະກົດ, ທີ່ການຕ້ອນຮັບທ່ານປະລິນຍາເອກ Takeshi Kasai, ຫົວໜ້າອົງການອະນາໄມໂລກ (WHO) ປະຈຳທິດຕາເວັນຕົກມະຫາສະໝຸດປາຊີຟິກ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືກັບ WHO; ພ້ອມທັງສະເໜີໃຫ້ຫ້ອງການ WHO ປະຈຳທິດຕາເວັນຕົກມະຫາສະໝຸດປາຊີຟິກ ແລະ ຫ້ອງການ WHO ປະຈຳ ຫວຽດນາມ, ທ່ານປະລິນຍາເອກ Takeshi Kasai ສືບຕໍ່ຕີລາຄາສະພາບໂລກລະບາດຢ່າງທັນການ; ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ສະເໜີຄຳກ່າວເຕືອນຂອງອົງການອະນາໄມໂລກ ໃນການປ້ອງກັນ, ຕ້ານໂລກລະບາດ; ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການຄົ້ນຄວ້າ, ຜະລິດວັກຊິນກັນໂຄວິດ-19. ສ່ວນທ່ານປະລິນຍາເອກ Takeshi Kasai, ໃຫ້ຄຳໝັ້ນສັນຍາຮ່ວມມືກັບ ຫວຽດນາມ ໃນວຽກງານເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ສ້າງ​ລັດ​ຖະ​ບານ​ທັນ​ສະ​ໄໝ, ສ້າງ​ສາ ແລະ ຮັບ​ໃຊ້​ປະ​ຊາ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ສ້າງ​ລັດ​ຖະ​ບານ​ທັນ​ສະ​ໄໝ, ສ້າງ​ສາ ແລະ ຮັບ​ໃຊ້​ປະ​ຊາ​ຊົນ

ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຮັບ​ຮອງ​ເອົາ​ມະ​ຕິ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ອາ​ຍຸ​ການ 2026 – 2031 ສຳ​ລັບ​ທ່ານ​ເລ​ມິ​ຮຶງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI.

Top