• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຮຽກຮ້ອງໃຫ້ໂລກ ແບ່ງປັນ ວັກຊີນກັນເຊື້ອພະຍາດໂຄວິດ - 19

      ວັກຊີນກັນເຊື້ອໄວຣັດ SARS – CoV – 2 ຕ້ອງໄດ້ຮັບຖືວ່າ ແມ່ນສິນຄ້າສາທາລະນະທົ່ວໂລກ. ຕາມອົງການອະນາໄມໂລກ (WHO) ແລ້ວ, ຕ້ອງໄດ້ຮັບປະກັນວ່າປະຊາຊົນທຸກຄົນລ້ວນແຕ່ໄດ້ເຂ້ົາເຖິງການສັກຢາວັກຊີນບໍ່ວ່າຈະເປັນຊະນິດໃດໆທີ່ພວມໄດ້ຮັບການຜະລິດຢ່າງຍຸຕິທໍາ.

ວັກຊີນຢູ່ຫ້ອງທົດລອງ ຢູ່ Novavax, Gaithersburg, Maryland, ອາເມລິກາ (ພາບ: TTXVN)
      ກ່າວຄໍາເຫັນໃນການຖະແຫຼງຂ່າວທີ່ໄດ້ດໍາເນີນໃນວັນທີ 12 ມິຖຸນາ, ທ່ານ Adhanom Ghebreyesus ຜູ້ອໍານວຍການໃຫຍ່ WHO ຢັ້ງຢືນວ່າ ວັກຊິນທຸກຊະນິດລ້ວນແຕ່ໄດ້ຮັບຖືວ່າແມ່ນສິນຄ້າສາທາລະນະທົ່ວໂລກ ຕ້ອງໄດ້ຮັບການຊຸກຍູ້ ແລະ ວົງການການນໍາ ຕ້ອງຍົກອອກຄໍາໝັ້ນສັນຍາທາງການເມືອງ. ຖະແຫຼງການດັ່ງກ່າວຂອງ WHO ໄດ້ຍົກອອກມາໃນສະພາບການທີ່ນັບມື້ນັບມີຄວາມວິຕົກກັງວົນຫຼາຍຢ່າງທີ່ວ່າ ບາງປະເທດອາດຈະສະສົມ ວັນຊີນກັນເຊື້ອໄວຣັດ SARS – CoV – 2 ຫຼືຢາທີ່ນໍາໃຊ້ປິ່ນປົວເຊື້ອພະຍາດ ໂຄວິດ - 19, ອັນໄດ້ເຮັດໃຫ້ຫຼາຍປະເທດທຸກຍາກບໍ່ໄດ້ຊົມໃຊ້.
        ໄລ່ຮອດເວລາ 9 ໂມງເຊົ້າຂອງວັນທີ 13 ມິຖຸນາ (ຕາມເວລາ ຫວຽດນາມ), ຍອດຈໍານວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນທົ່ວໂລກແມ່ນ 7.732.485 ກໍລະນີ, ໃນນັ້ນມີ 428.236 ກໍລະນີເສຍຊີວິດ. ຈໍານວນຜູ້ຕິດເຊື້ອພະຍາດໄດ້ຮັບການປິ່ນປົວຫາຍດີແມ່ນ 3.956. 272 ກໍລະນີ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top