• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການຕິດຕາມ ແລະ ປະຕິບັດມາດຕະການປ້ອງກັນໂຄວິດ - 19

ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໃນບົດລາຍງານຜູ້ຕິດພະຍາດເພີ່ມຂຶ້ນສູງໜ້າເປັນຫ່ວງແມ່ນ 388% ໃນເວລາເກືອບ 1 ເດືອນ.
ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ມີຜູ້ຕິດພະຍາດເພີ່ມຂຶ້ນສູງໜ້າເປັນຫ່ວງແມ່ນ 388% ໃນເວລາເກືອບ 1 ເດືອນ ພາບ: AFP/TTXVN

ວັນທີ 25 ທັນວາ, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາປະເທດໃນໂລກ ເພີ່ມທະວີການຕິດຕາມ ແລະ ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ຕາມບົດລາຍງານຂອງອົງການນີ້, ໃນເວລາ 28 ວັນ, ແຕ່ວັນທີ 20 ພະຈິກ ຫາວັນທີ 17 ທັນວາ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ, ລວມມີ 850.000 ກໍລະນີຕິດພະຍາດລາຍໃໝ່ຢູ່ 105 ປະເທດ, ເພີ່ມຂຶ້ນ 52% ເມື່ອທຽບໃສ່ເວລາ 28 ວັນກ່ອນນັ້ນ. ກົງກັນຂ້າມ, ຈຳນວນຜູ້ເສຍຊີວິດລາຍໃໝ່ຍ້ອນຕິດພະຍາດໂຄວິດ - 19 ຫຼຸດລົງ 8%, ເຊິ່ງມີ 3.000 ຄົນ. ສິ່ງທີ່ໜ້າສົນໃຈ, ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໃນບົດລາຍງານຜູ້ຕິດພະຍາດເພີ່ມຂຶ້ນສູງໜ້າເປັນຫ່ວງແມ່ນ 388% ໃນເວລາເກືອບ 1 ເດືອນ, ອິນໂດເນເຊຍ ມີຈຳນວນກໍລະນີຕິດພະຍາດລາຍໃໝ່ຫຼາຍທີ່ສຸດຢູ່ພາກພື້ນເຊິ່ງແມ່ນກວ່າ 3.700 ຄົນ.  

WHO ໄດ້ກະຕຸກຊຸກຍູ້ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຜັນຂະຫຍາຍບັນດາການເຄື່ອນໄຫວປ້ອງກັນພະຍາດດັ່ງກ່າວ.

 

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top