• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຮຽກຮ້ອງບັນດາປະເທດຕາເວັນອອກກາງ ເພີ່ມທະວີການແບ່ງປັນຂໍ້ມນູຂ່າວສານ

      ວັນທີ 18 ມີນາ, ອົງການອະນາໄມໂລກ ເລັ່ງລັດ ລັດຖະບານບັນດາປະເທດຢູ່ຕາເວັນອອກກາງເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບບັນດາກໍລະນີຕິດເຊື້ອໄວຣັດ SARS-CoV-2 ເພື່ອຮັບມືກັບໂລກລະບາດທີ່ເກີດຂຶ້ນໃນທົ່ວໂລກນີ້ຢ່າງມີປະສິດທິຜົນ.
ສີດຢາຂ້າເຊື້ອແນໃສ່ການລະບາດຂອງ   COVID-19
ທີ່ Tehran, ອີຣານ ວັນທີ 13 ມີນາ 2020. ພາບ: AFP/TTXVN
        ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Ahmed al-Mandhari  ຫົວຫນ້າອົງການຜູ້ຕາງຫນ້າ WHO  ປະຈຳ ທາງທິດຕາເວັນອອກ ທະເລເມດິເຕີເຣນຽນ ໄດ້ເນັ້ນຫນັກວ່າ: ພວກເຮົາພຽງແຕ່ຄວບຄຸມໂລກລະບາດໄດ້ ເມື່ອໃດກຳແຫນ້ນໄດ້ສະພາບການຜ່ານຂໍ້ມູນຂ່າວຕີລາຄາສະພາບການ ຢູ່ພາກພື້ນຢ່າງຊັດເຈນ. ທ່ານ Ahmed al-Mandhari ກໍ່ເນັ້ນຫນັກວ່າ: ພວກເຮົາມີກາລະໂອກາດເພື່ອຄວບຄຸມໂລກລະບາດນີ້ ຢູ່ ຕາເວັນອອກກາງ.
ໄລ່ມາຮອດວັນທີ 18 ມີນາ ຢູ່ ພາກພື້ນຕາເວັນອອກກາງ ມີ 18.000 ຄົນຖືກຕິດເຊື້ອ COVID-19, ໃນນັ້ນ 1000 ຄົນຖືກເສຍຊີວິດຢູ່ 7 ປະເທດ ແລະ ສ່ວນຫລາຍແມ່ນຢູ່ປະເທດ ອີຣານ
 (ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ຂະ​ແໜງ​ເກມ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ

ຊຸກ​ຍູ້​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ຂະ​ແໜງ​ເກມ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ

ຕອນ​ເຊົ້າ​ວັນ​ທີ 08 ພຶດ​ສະ​ພາ, ວັນ​ບຸນ​ເກມ ຫວຽດ​ນາມ - Vietnam GameVerse 2026 ດ້ວຍ​ຫົວ​ຂໍ້ “ພ້ອມ​ກັນ​ບືນ​ຕົວ​ອອກ​ສູ່​ທະ​ເລ​ທີ່​ກວ້າງ​ໃຫຍ່​ - Do local, go global" ໄດ້ໄຂ​ຂຶ້ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ເຫ​ດ​ການ​ດັ່ງ​ກ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງບ​ັນ​ດາ​ຄູ່​ຮ່ວມ​ມື​ມາ​ຈາກ ສ.ເກົ​າຫຼີ, ຈີນ, ອາ​ເມ​ລິ​ກາ, ຍີ່​ປຸ່ນ… ພ້ອມ​ດ້ວຍ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ, ຄື: Google, Meta, Bytedance, Roblox, Riot… ແລະ ບັນ​ດາ​ທິມ​ງານ Esports ທີ່​ມາ​ຈາກ 11 ປະ​ເທດ ອາ​ຊຽນ.

Top