• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຮີບເຮັ່ງສະໜອງເຄື່ອງອຸປະກອນດ້ານການແພດໄປຍັງບັນດາເຂດຖືກຜົນສະທ້ອນພາຍຫຼັງເຂື່ອນ Kakhovka ແຕກ

WHO ໄດ້ສະໜອງບັນດາການໜູນຊ່ວຍໄປເຖິງເຂດຕ່າງໆຢູ່ Kherson ໂດຍຝ່າຍ ລັດເຊຍ ຄຸ້ມຄອງ, ແຕ່ການມີໜ້າຂອງອົງການນີ້ຢູ່ສ່ວນ Kherson ຂອງ ຢູແກຼນ ຍັງຢູ່ໃນ “ໄລຍະເບື້ອງຕົ້ນ”.
ເຂດຖືກນ້ຳຖ້ວມຢູ່ແຂວງ Kherson (ພາບ: AFP/TTXVN)

ໃນບົດກ່າວປາໄສທີ່ໄດ້ຍົກອອກມາໃນວັນທີ 08 ມິຖຸນາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ, ພວມຮີບເຮັ່ງສະໜອງບັນດາເຄື່ອງອຸປະກອນການແພດທີ່ຈຳເປັນໄປຍັງເຂດຖືກນ້ຳຖ້ວມຢູ່ແຂວງ Kherson (ທາງພາກໃຕ້ ຢູແກຼນ) ພາຍຫຼັງທີ່ເຂື່ອນ Kakhovka ແຕກ ແລະ ພ້ອມແລ້ວທີ່ຈະຮັບມືກັບຫຼາຍບັນຫາດ້ານສຸຂະພາບ. ທ່ານ Mike Pyan, ຫົວໜ້າຮັບຜິດຊອບສະພາບການສຸກເສີນຂອງ WHO ໃຫ້ຮູ້ວ່າ, WHO ໄດ້ສະໜອງບັນດາການໜູນຊ່ວຍໄປເຖິງເຂດຕ່າງໆຢູ່ Kherson ໂດຍຝ່າຍ ລັດເຊຍ ຄຸ້ມຄອງ, ແຕ່ການມີໜ້າຂອງອົງການນີ້ຢູ່ສ່ວນ Kherson ຂອງ ຢູແກຼນ   ຍັງຢູ່ໃນ “ໄລຍະເບື້ອງຕົ້ນ”.

ໃນເຫດການອື່ນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ໄປສຳຫຼວດບັນດາເຂດຖືກນ້ຳຖ້ວມ ເພື່ອປຶກສາຫາລືບັນດາບັ້ນເຄື່ອນໄຫວຮີບດ່ວນ. ທ່ານເນັ້ນໜັກວ່າ, ຕ້ອງຄິດໄລ່ຄວາມເສຍຫາຍ ແລະ ສະໜອງການໜູນຊ່ວຍໃຫ້ແກ່ປະຊາຊົນຜູ້ຖືກຜົນສະທ້ອນ, ພ້ອມທັງຍົກອອກໂຄງການຊົດເຊີຍຄວາມເສຍຫາຍ ແລະ ຈັດແບ່ງວິສາຫະກິດໃນບໍລິເວນແຂວງ Kherson ຄືນໃໝ່.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top