• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຈະຊຸກຍູ້ການສົ່ງແຫຼ່ງວັກຊິນໃນກົນໄກ COVAX ໃຫ້ແກ່ຫວຽດນາມ ໂດຍໄວ

      ທ່ານຮອງນາຍົກລັດຖະມົນຕີ ຫວຸ້ດຶກດາມ ສະເໜີໃຫ້ WHO ຈົ່ງຊຸກຍູ້ການສົ່ງວັກຊິນໃນໂຄງການ COVAX ໃຫ້ແກ່ຫວຽດນາມ ໂດຍໄວ, ເພີ່ມທະວີການຮ່ວມມືຖ່ອຍຖອດເຕັກໂນໂລຊີ ເພື່ອຫວຽດນາມ ກາຍເປັນສູນຜະລິດວັກຊິນໃນພາກພື້ນ.
 (ພາບ:TTXVN)
      ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວຸ້ດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ໄດ້ມີການປະຊຸມທາງອອນລາຍກັບທ່ານປະລີນຍາເອກ Takeshi Kasai, ຜູ້ອຳນວຍການອົງການອະນາໄມໂລກ (WHO)  ເຂດຕາເວັນຕົກປາຊີຟິກ ກ່ຽວກັບສະພາບການແຫຼ່ງສະໜອງວັກຊິນ, ບົດຮຽນຂອງຫວຽດນາມ ໃນການຮັບມືກັບໂລກລະບາດ ແລະ ຄວາມຕ້ອງການສຳຜັດກັບວັກຊິນໃນໄລຍະຈະມາເຖິງ.
   ທີ່ການປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຸ້ດຶກດາມ ສະເໜີໃຫ້ WHO ຈົ່ງຊຸກຍູ້ການສົ່ງວັກຊິນໃນໂຄງການ COVAX ໃຫ້ແກ່ຫວຽດນາມ ໂດຍໄວ, ເພີ່ມທະວີການຮ່ວມມືຖ່ອຍຖອດເຕັກໂນໂລຊີ ເພື່ອຫວຽດນາມ ກາຍເປັນສູນຜະລິດວັກຊິນໃນພາກພື້ນ.
  ສ່ວນທ່ານປະລີນຍາເອກ Takeshi Kasai, ຜູ້ອຳນວຍການອົງການອະນາໄມໂລກ (WHO)  ເຂດຕາເວັນຕົກປາຊີຟິກ ເນັ້ນໜັກວ່າ ຫວຽດນາມ ໄດ້ ແລະ ພວມແມ່ນແບບຢ່າງທີ່ດີເດັ່ນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ 19 ໃນພາກພື້ນ ພ້ອມທັງຕີລາຄາສູງ ວິທີສຳຜັດທີ່ຖືກຕ້ອງ ແລະ ມີປະສິດທິຜົນຂອງຫວຽດນາມ ສຳລັບວັກຊິນ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top