• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ກ່າວ​ເຕືອນ​ ປະ​ຊາ​ກອນ ເອີ​ຣົບ ກວ່າ 50% ມີ​ຄວາມ​ສ່ຽງ​ຕິດ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron ໃນ 6 - 8 ອາ​ທິດ​ຈະ​ມາ​ເຖິງ

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 12 ມັງກອນ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ ກວ່າ 313,6 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 5,5 ລ້ານຄົນ.
ການປິ່ນປົວຄົນເຈັບຕິດເຊື້ອໂຄວິດ - 19 ຢູ່ຝລັ່ງ (ພາບ: AFP /TTXVN)

ຈຳນວນຜູ້ຕິດເຊື້ອໃໝ່ໃນຮອບເວລາ 24 ຊົ່ວໂມງຜ່ານມາ ແມ່ນກວ່າ 2,5 ລ້ານ ແລະ ມີຜູ້ເສຍຊີວິດໃໝ່ກວ່າ 7,3 ລ້ານ. ປະເທດທີ່ມີຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດແມ່ນ ຝລັ່ງ, ຖັດມາແມ່ນ ອາເມລິກາ ແລະ ອີຕາລີ.

        ເອີຣົບ ແມ່ນພາກພື້ນຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19. ປະຊາກອນເອີຣົບກວ່າ 50% ຈະຕິດເຊື້ອໄວຣັດກາຍພັນ Omicron  ໃນ 2 ເດືອນຈະມາເຖິງ ຖ້າຫາກວ່າ ພະຍາດຍັງລະບາດໄວຄືນໃນປັດຈຸບັນ. ນີ້ແມ່ນຂໍ້ສັງເກດຫຼ້າສຸດຂອງຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ເອີຣົບ ທີ່ໄດ້ຍົກອອກມາໃນວັນທີ 11 ມັງກອນ. ໄລ່ຮອດວັນທີ 10 ມັງກອນ, ມີ 26 ປະເທດໃນພາກພື້ນເອີຣົບ ຢັ້ງຢືນວ່າ ແຕ່ລະອາທິດມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 1%.  ຕາມລະດັບຄວາມໄວຂອງການແຜ່ລະບາດຄືໃນປັດຈຸບັນ, ສະຖາບັນວັດແທກ ແລະ ປະເມີນສຸຂະພາບ (IHME) ຄາດຄະເນວ່າ ມີຫຼາຍກວ່າ 50% ປະຊາກອນ ເອີຣົບ ຈະຕິດເຊື້ອໄວຣັດກາຍພັນ Omicron ໃນ 6 – 8 ອາທິດຈະມາເຖິງ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top