• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຖະ​ແຫຼງ​ໂລກພະ​ຍາດ Covid – 19 ແມ່ນ​ໂລກ​ລະ​ບາດ​ທົ່ວ​ໂລກ

ວັນທີ 11 ມີນາ, ທ່ານ Tedros Adhanom Ghebreyesus  ຜູ້ອຳນວຍການອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ອົງການນີ້ຖື ການແຜ່ລະບາດຂອງ ໂລກພະຍາດອັກເສບປອດ Covid – 19 ທີ່ເກີດຈາກເຊື້ອໄວຣັດ corona ສາຍພັນໃໝ່ (SARS – CoV - 2) ແມ່ນໂລກລະບາດທົ່ວໂລກ.

ທ່ານ
 Tedros Adhanom Ghebreyesus  ຜູ້ອຳນວຍການອົງການອະນາໄມໂລກ (WTO) (ພາບReuters)

ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານGhebreyesus  ໃຫ້ຮູ້ວ່າ WHO ຖືໂລກລະບາດດັ່ງກ່າວຢູ່ໃນລະບົບຮັບມືຢ່າງຄົບຖ້ວນນັບແຕ່ເວລາໄດ້ຮັບການປະກາດກ່ຽວກັບບັນດາກໍລະນີຕິດເຊື້ອ Covid – 19 ຄົນທຳອິດ. ທ່ານ Ghebreyesus ກໍ່ເນັ້ນໜັກວ່າ ກ່ຽວກັບການຜັນແປໃນປັດຈຸບັນປຽບເໝືອນວ່າ ໂລກລະບາດບໍ່ອາດຈະເຮັດໃຫ້ການຕີລາຄາຂອງ WHO ກ່ຽວກັບໄພນາບຂູ່ຈາກໄວຣັດ SARS – CoV – 2 ມີການປ່ຽນແປງ, ແລະສິ່ງນີ້ບໍ່ໄດ້ເຮັດໃຫ້ປ່ຽນແປງບັນດາສິ່ງ ທີ່ WHO ພວມເຮັດ ແລະ ສິ່ງທີ່ບັນດາປະເທດຕ້ອງເຮັດ. ທ່ານ ສະເໜີໃຫ້ບັນດາປະເທດຕ້ອງຍົກອອກບັນດາມາດຕະການຫຼຸດຜ່ອນ ແລະ ສະກັດກັ້ນ, ແຕ່ວ່າ ມາດຕະການສະກັດກັ້ນຕ້ອງແມ່ນມາດຕະການ “ຫຼັກແຫຼ່ງ”.
 (ແຫຼ່ງຄັດຈາກ VOV)

ດ່າ​ໜັງ ຈັດຫຼາຍ​ເຫດ​ການ, ງານ​ບຸນ​ໃນ​ໂອ​ກາດ​ພັກ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ດ່າ​ໜັງ ຈັດຫຼາຍ​ເຫດ​ການ, ງານ​ບຸນ​ໃນ​ໂອ​ກາດ​ພັກ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ນັບ​ແຕ່​ນີ້​ຮອດ​ໂອ​ກາດ​ພັກ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ ຮຸ່ງ (ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ ຫວຽດ​ນາມ ເປັນ​ເອ​ກະ​ພາບ (ວັນ​ທີ 30 ເມ​ສາ) ແລະ ວັນ​ກຳ​ມະ​ກອນ​ສາ​ກົນ (ວັນ​ທີ01 ພຶດ​ສະ​ພາ), ຢູ່​ນະ​ຄອນ ດ່າ​ໜັງ ໄດ້​ດຳ​ເນີນ​ປະ​ມານ 15 ເຫດ​ການ, ງານ​ບຸນ​ທີ່​ເປັນ​ເອ​ກະ​ລັກ, ກ້າວ​ເຂົ້າ​ສູ່​ລະ​ດູ​ທ່ອງ​ທ່ຽວ​ທີ່​ຄຶກ​ຄື້ນ.

Top