• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຢັ້ງ​ຢຶນ​ເຊື້ອ​ໄວ​ຣັດ SARS – CoV – 2 ອາດ​ຈະ​ແຜ່ຈາກຄົນຕ​ໍ່​ສັດ

ທ່ານ Malita Vujnovic ຜູ້ຕາງໜ້າ WHO ປະຈຳ ລັດເຊຍ ຖືວ່າ ປັດຈຸບັນຍັງບໍ່ທັນຢັ້ງຢືນ ໄດ້ “ສາຍເຫດຊັດເຈນ”, ນັກຊ່ຽວຊານການແພດນີ້ຖືວ່າ ສິ່ງສຳຄັນທີ່ສຸດ ແມ່ນຕ້ອງຮູ້ວ່າ ສັດຊະນິດໃດຕິດເຊື້ອງ່າຍທີ່ສຸດ ເພື່ອຊອກຫາບັນດາສະຖານທີ່ແຜ່ລະບາດຈາກສັດ ແລະ ຫຼີກລ້ຽງບັນດາບັ້ນເກີດໂລກລະບາດໂຄວິດ - 19 ໃໝ່ໃນອະນາຄົດ.
ພາບປະກອບ: AFP/TTXVN

ວັນທີ 5 ເມສາ, ອົງການອະນາໄມໂລກ (WHO) ໄດ້ຢັ້ງຢືນຄວາມອາດສາມາດຕິດເຊື້ອໄວຣັດ SARS – CoV – 2 ອາດຈະແຜ່ຈາກຄົນຕໍ່ສັດລ້ຽງບາງຊະນິດ ແລະ ສັດປ່າຄື ໝາ, ແມວ, ເຫງັຍ,  ໝີແພນດ້າ, ສິງໂຕ ແລະ ເສືອ, ພ້ອມທັງຄົ້ນຄ້ວາຜົນສະທ້ອນຂອງ ໄວຣັດ ຕໍ່ສັດຊະນິດຕ່າງໆ. ທ່ານ Malita Vujnovic ຜູ້ຕາງໜ້າ WHO ປະຈຳ ລັດເຊຍ ຖືວ່າ ປັດຈຸບັນຍັງບໍ່ທັນຢັ້ງຢືນ ໄດ້ “ສາຍເຫດຊັດເຈນ”, ນັກຊ່ຽວຊານການແພດນີ້ຖືວ່າ ສິ່ງສຳຄັນທີ່ສຸດ ແມ່ນຕ້ອງຮູ້ວ່າ ສັດຊະນິດໃດຕິດເຊື້ອງ່າຍທີ່ສຸດ ເພື່ອຊອກຫາບັນດາສະຖານທີ່ແຜ່ລະບາດຈາກສັດ ແລະ ຫຼີກລ້ຽງບັນດາບັ້ນເກີດໂລກລະບາດໂຄວິດ - 19 ໃໝ່ໃນອະນາຄົດ. ປັດຈຸບັນ, ບັນດາຜູ້ຕິດເຊື້ອພະຍາດໂຄວິດ - 19 ແລະ ຜູ້ມີຄວາມສ່ຽງຄວນຈຳກັດການສຳຜັດກັບສັດລ້ຽງ ແລະ ສັດຊະນິດຕ່າງໆ. ຍ້ອນວ່າ ໄວຣັດສາມາດເຄື່ອນຍ້າຍໃນປະຊາຊົນ ແລະ ສັດ, ແຢນ ຂອງ ໄວຣັດ ອາດຈະປ່ຽນແປງ ແລະ ເຮັດໃຫ້ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນີ້ສັບສົນຂຶ້ນຕື່ມ.
 (ແຫຼ່ງຄັດຈາກ VOV)

ພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໃນໂອກາດຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ

ພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໃນໂອກາດຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ

ໃນຕອນບ່າຍວັນທີ 8 ຕຸລາ 2026, ທີ່ນະຄອນຫຼວງ ວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ລາວ ໄດ້ເປັນປະທານໃນພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ໃນການຢ້ຽມຢາມຢ່າງເປັນທາງການຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

Top