• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ພິ​ຈາ​ລະ​ນາຫຼຸດ​ຜ່ອນ​ງົບ​ປະ​ມານ​ເປັນ​ຈຳ​ນວນເງິນ 400 ລ້ານ USD ພາຍຫຼັງ​ ອາ​ເມ​ລິ​ກາ ຖອນ​ຕົວ​ອອກ​ຈາກ​ອົງ​ການ​ນີ້

ທ່ານຜູ້ອຳນວຍການ WHO Tedros Adhanom Ghebreyesus ໄດ້ປົກປ້ອງວຽກງານຂອງອົງການນີ້ ກໍ່ຄືບັນດາການປັບປຸງໃນໄລຍະມໍ່ໆມານີ້, ພ້ອມທັງຮຽກຮ້ອງໃຫ້ ອາເມລິກາ ພິຈາລະນາຄືນການຕັດສິນຖອນຕົວ ແລະ ເຂົ້າຮ່ວມການເຈລະຈາກັບ WHO ກ່ຽວກັບບັນດາການປ່ຽນແປງຕໍ່ໄປ.
ທ່ານຜູ້ອຳນວຍການ WHO Tedros Adhanom Ghebreyesus

ວັນທີ 3 ກຸມພາ, ບັນດາປະເທດສະມາຊິກອົງການອະນາໄມໂລກ (WHO) ໄດ້ເລີ່ມຕົ້ນການປຶກສາຫາລືກ່ຽວກັບການຫຼຸດຜ່ອນເງິນເປັນຈຳນວນ 400 ລ້ານ USD ໃນງົບປະມານຂອງຕົນ, ພາຍຫຼັງທ່ານປະທານາທິບໍດີ ອາເມລິກາ Donald Trump ເຊັນລັດຖະບັນຍັດຖອນ ອາເມລິກາ ອອກຈາກອົງການນີ້. ກ່າວຄຳເຫັນໄຂກອງປະຊຸມປະຈຳປີນັດສາມັນຂອງຄະນະບໍລິຫານງານ, ທ່ານຜູ້ອຳນວຍການ WHO Tedros Adhanom Ghebreyesus ໄດ້ປົກປ້ອງວຽກງານຂອງອົງການນີ້ ກໍ່ຄືບັນດາການປັບປຸງໃນໄລຍະມໍ່ໆມານີ້, ພ້ອມທັງຮຽກຮ້ອງໃຫ້ ອາເມລິກາ ພິຈາລະນາຄືນການຕັດສິນຖອນຕົວ ແລະ ເຂົ້າຮ່ວມການເຈລະຈາກັບ WHO ກ່ຽວກັບບັນດາການປ່ຽນແປງຕໍ່ໄປ. ທ່ານຊີ້ແຈ້ງວ່າ WHO ສະແດງຄວາມຊົມເຊີຍຕໍ່ບັນດາຂໍ້ສະເໜີ ແລະ ແນວຄວາມຄິດຈາກ ອາເມລິກາ ກໍ່ຄືທຸກປະເທດສະມາຊິກເພື່ອແນໃສ່ປັບປຸງປະສິດທິຜົນໃນການເຄື່ອນໄຫວຂອງອົງການນີ້ໃນການໜູນຊ່ວຍປະຊາຊົນໃນທົ່ວໂລກໃຫ້ດີກ່ວາເກົ່າ. ການຫຼຸດຜ່ອນງົບປະມານຈະໄດ້ຮັບການປຶກສາຫາລືຢູ່ກອງປະຊຸມຢູ່ ເຊີແນວ (ສະວິດ) ທີ່ໄດ້ດຳເນີນແຕ່ວັນທີ 3 ກຸມພາ ຫາວັນທີ 11 ກຸມພາ ໃນນັ້ນມີຜູ້ຕາງໜ້າຂອງບັນດາອົງການສະມາຊິກ ຈະປຶກສາຫາລືກ່ຽວກັບແຫຼ່ງອຸປະຖຳ ແລະ ວຽກງານຂອງ WHO ໃຫ້ແກ່ໄລຍະ 2026-2027.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

ຕາມການລາຍງານຂອງກອງປະຊຸມ, ໄລ່ຮອດວັນທີ 15 ພະຈິກ, ຈຳນວນກ່ຳປັ່ນຫາປ່າທີ່ພວມມີໃນປັດຈຸບັນຢູ່ທ້ອງຖິ່ນຕ່າງໆ ໄດ້ຈົດທະບຽນ ແລະ ອັບເດດທາງຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase) ແມ່ນ 79.360/79.360 ລຳ (ບັນລຸ 100%).

Top