• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ກ່າວເຕືອນບັນດາປະເທດ ຄວນມີສະຕິລະວັງຕົວໃນການຮັບມືກັບໂລກລະບາດຢ່າງທັນການ ເມື່ອໂລກລະບາດຍັງບໍ່ທັນສິ້ນສຸດ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 17 ມີນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 463 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 6,08 ລ້ານຄົນ.
  ໂຮງໝໍແຫ່ງໜຶ່ງຢູ່ ຝລັ່ງ (ພາບ: AFP/TTXVN)  

ໃນເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອລາຍໃໝ່ກວ່າ 1,64 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 5.000 ຄົນ, ຫຼຸດລົງໜ້ອຍໜຶ່ງເມື່ອທຽບໃສ່ກ່ອນນັ້ນໜຶ່ງວັນ. ສ.ເກົາຫຼີ ຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອໃໝ່, ດ້ວຍ 400.681 ຄົນ, ໃນຂະນະນັ້ນ ຈຳນວນຜູ້ເສຍຊີວິດຢູ່ ອາເມລິກາ ໃນ 24 ຊົ່ວໂມງຜ່ານມາ ຈຳນວນ 939 ຄົນ ແມ່ນຈຳນວນ 939 ຄົນ ເຊິ່ງແມ່ນລະດັບສູງທີ່ສຸດໃນໂລກ.

ວັນທີ 17 ມີນາ, ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນກ່ຽວກັບ ຈໍານວນຜູ້ຕິດເຊື້ອໂຄວິດ - 19 ໃນທົ່ວໂລກເພີ່ມຂຶ້ນຢ່າງວ່ອງໄວ, ພິເສດແມ່ນ ທະວີບ ອາຊີ. ອົງການນີ້ ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງເປີດກວ້າງໂຄງການສັກວັກຊິນໃຫ້ທົ່ວເຖິງໂດຍໄວ, ກໍຄືຕ້ອງລະມັດລະວັງຕໍ່ແຜນການຍົກເລີກບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ.

ອົງການດັ່ງກ່າວກໍກ່າວເຕືອນວ່າ ສະພາບການໂລກລະບາດຢູ່ແຕ່ລະປະເທດແມ່ນແຕກຕ່າງກັນ, ດັ່ງນັ້ນ ຄວນມີສະຕິລະວັງຕົວໃນການຮັບມືຢ່າງທັນການກັບໂລກລະບາດ ເມື່ອໂລກລະບາດຍັງບໍ່ທັນສິ້ນສຸດ.


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top