• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ກ່າວເຕືອນບັນດາປະເທດຕ້ອງມີສະຕິລະວັງຕົວເປັນພິເສດເມື່ອຜ່ອນຜັນບັນດາມາດຕະການປ້ອງກັນຕ້ານໂລກລະບາດ

      ວັັັນທີ 7 ກໍລະກົດ, ຜູ້ຕາງໜ້າອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຕ້ອງມີສະຕິລະວັງຕົວເປັນພິເສດ ເມື່ອຜ່ອນຜັນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ ເພື່ອເປີດປະຕູຄືນໃໝ່, ຫຼີກລ້ຽງການທໍາລາຍຜົນງານປ້ອງກັນ, ຕ້ານໂລກລະບາດທີ່ບັນລຸໄດ້ໃນໄລຍະຜ່ານມາ.
ທ່ານ Michael Ryan ຜູ້ອຳນວຍການໂຄງການສາທາລະນະສຸກສຸກເສີນ ສັງກັດອົງການ WHO (ພາບ: The Times)
      ລະອຽດແມ່ນ, ທ່ານ Michael Ryan ຜູ້ອຳນວຍການໂຄງການສາທາລະນະສຸກສຸກເສີນ ສັງກັດອົງການ WHO ໄດ້ເນັ້ນໜັກວ່າ ຖ້າຫາກວ່າບັນດາປະເທດທີ່ມີອັດຕາການສັກວັກຊິນກັນພະຍາດໂຄວິດ - 19 ຕ່ຳ ແຕ່ຜ່ອນຜັນບັນດາມາດຕະການຢ່າງໄວວາໂພດ ແມ່ນຈະເປັນການສ້າງເງື່ອນໄຂໃຫ້ໄວຣັດແຜ່ລະບາດ. ຕາມທ່ານ Ryan ແລ້ວ, ນີ້ແມ່ນຈຸດເວລາທີ່ຕ້ອງມີສະຕິລະວັງຕົວເປັນພິເສດ, ແຕ່ບັນດາປະເທດກໍຕ້ອງຕັດສິນເບິ່ງວ່າ ອັນໃດຄວນລະວັງ ອັນໃດຄວນຜ່ອນຜັນ ໃຫ້ເໝາະສົມກັບສະພາບການຂອງໂລກລະບາດ. ທ່ານກໍຮຽກຮ້ອງໃຫ້ບັນດາປະເທດທີ່ພວມຄິດໄລ່ຊັ່ງຊາ ຫຼືໄດ້ເລີ່ມຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ເດັກທີ່ມີອາຍຸແຕ່ 12 – 15 ປີ ຄວນພິຈາລະນາຄືນໃໝ່ຕໍ່ວິທີດັ່ງກ່າວ. ແທນທີ່ນັ້ນ, ບັນດາປະເທດເຫຼົ່ານັ້ນ ສາມາດແບ່ງວັກຊິນທີ່ພວມມີຢູ່ແລ້ວ ໃຫ້ໂຄງການ COVAX ເພື່ອສັກໃຫ້ຜູ້ມີອາຍຸສູງ ແລະ ພະນັກງານການແພດຢູ່ບັນດາປະເທດມີລາຍຮັບຕ່ຳ.
(ແຫຼ່ງຄັດຈາກ VOV)

COP28: ກ່ວາ 130 ປະເທດໃຫ້ຄຳໝັ້ນສັນຍາ ນຳການຜະລິດ ທັນຍາຫານເຂົ້າແຜນການຫລຸດອາຍພິດເຮືອນແກ້ວ

COP28: ກ່ວາ 130 ປະເທດໃຫ້ຄຳໝັ້ນສັນຍາ ນຳການຜະລິດ ທັນຍາຫານເຂົ້າແຜນການຫລຸດອາຍພິດເຮືອນແກ້ວ

ມີທັງໝົດ 134 ປະເທດໄດ້ຜະລິດ 70% ຈຳນວນທັນຍາຫານໃນທົ່ວໂລກ ໄດ້ເຊັ່ນຖະແຫຼງການຮ່ວມເນັ້ນໜັກການບຸລິມະສິດ ພັດທະນາລະບົບທັນຍາຫານ, ສະບຽງອາຫານ ແລະ ກະສິກຳແບບຍືນຍົງ ແລະ ປັບຕົວກັບການປ່ຽນແປງຂອງດິນຟ້າ ອາກາດ.

Top