• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WFP ກ່າວ​ເຕືອນ ງົບ​ປະ​ມານ​ຖືກ​ຈຳ​ກັດ ອາດ​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ 24 ລ້ານ​ຄົນ ຕົກ​ເຂົ້າ​ສູ່​ສະ​ພາບ​ອຶດ​ຫີວຕື່ມ​ອີກ

WFP ພວມພະຍາຍາມຕອບສະໜອງຄວາມຕ້ອງການຊ່ວຍເຫຼືອດ້ານສະບຽງອາຫານ ທີ່ນັບມື້ນັບເພີ່ມຂຶ້ນໃນທົ່ວໂລກ ໃນຂະນະທີ່ຕ້ອງປະເຊີນໜ້າກັບສະພາບການຂາດແຄນງົບປະມານ ເຖິງກວ່າ 60% ໃນປີນີ້, ເຊິ່ງເປັນລະດັບຂາດງົບປະມານທີ່ສູງສຸດໃນປະຫວັດສາດ.
ເດັກໆລຽນແຖວຖ້າຮັບທັນຍາຫານຊ່ວຍເຫຼືອຢູ່ຄ້າຍລີ້ໄພຢູ່ Aleppo, ຊີຣີ (ພາບ: AFP/TTXVN)

ໃນວັນທີ 12 ກັນຍາ, ໂຄງການທັນຍາຫານໂລກ (WFP)  ໃຫ້ຮູ້ວ່າ ອົງການນີ້ ພວມພະຍາຍາມຕອບສະໜອງຄວາມຕ້ອງການຊ່ວຍເຫຼືອດ້ານສະບຽງອາຫານ ທີ່ນັບມື້ນັບເພີ່ມຂຶ້ນໃນທົ່ວໂລກ ໃນຂະນະທີ່ຕ້ອງປະເຊີນໜ້າກັບສະພາບການຂາດແຄນງົບປະມານ ເຖິງກວ່າ 60% ໃນປີນີ້, ເຊິ່ງເປັນລະດັບຂາດງົບປະມານທີ່ສູງສຸດໃນປະຫວັດສາດ.

ເລື່ອງງົບປະມານຖືກຫຼຸດລົງ ໄດ້ເຮັດໃຫ້ອົງການນີ້ຕ້ອງຮັດແຄບຂອບຂະໜາດຂອງການເຄື່ອນໄຫວຈຳນວນຫຼາຍ. ຕາມການຄິດໄລ່ຂອງ WFP ແລ້ວ, ການຕັດງົບປະມານຊ່ວຍເຫຼືອດ້ານສະບຽງອາຫານ 1%  ຈະເຮັດໃຫ້ກວ່າ 400.000 ຄົນ ມີຄວາມສ່ຽງຕົກເຂົ້າສູ່ສະພາບອຶດຫີວຢ່າງຮ້າຍແຮງ. ໃນຕໍ່ໜ້າ, ດ້ວຍລະດັບການຫຼຸດຜ່ອນນີ້ ຈະເຮັດໃຫ້ປະຊາຊົນຕື່ມອີກ 24 ລ້ານຄົນຕົກເຂົ້າສູ່ສະພາບອຶດຫີວຢ່າງຮ້າຍແຮງ ໃນ 12 ເດືອນຈະມາເຖິງ, ເຊິ່ງເພີ່ມຂຶ້ນ 50% ເມື່ອທຽບໃສ່ລະດັບປັດຈຸບັນ.

ປັດຈຸບັນ, WFP ໃຫ້ຮູ້ວ່າ ອົງການນີ້ ຕ້ອງຫຼຸດຜ່ອນການເຄື່ອນໄຫວລົງເຄິ່ງໜຶ່ງ, ເຊິ່ງລວມທັງຈຸດຮ້ອນຄື: ອາບການິດສະຖານ, ບັງກະເລເທດ, ໄຮຕີ, ຊີຣີ ແລະ ໂຊມາລີ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top