• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WEF – ASEAN ໂຄສະນາພາບພົດ: ຮູບພາບຂອງພາກພື້ນອາຊຽນສາມັກຄີ,ວັດທະນາຖາວອນແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ

      ກອງປະຊຸມ WEF – ASEAN 2018 (ເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ 2018) ດ້ວຍຫົວຂໍ້ວ່າ “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4”, ຈະດຳເນີນໃນລະຫວ່າງວັນທີ 11 – 13 ກັນຍາ, ດ້ວຍວາລະປະຊຸມ ແລະ ການເຄື່ອນໄຫວປະມານ 60 ຄັ້ງ.

(ການປະຊຸມຂ່າວ)
      ທີ່ການປະຊຸມຂ່າວໃນຕອນບ່າຍວັນທີ 06 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ, ເນັ້ນໜັກວ່າ.
        “ນີ້ແມ່ນເວທີປາໄສເພື່ອໃຫ້ການນຳບັນດາລັດຖະບານ ແລະ ວິສາຫະກິດຂະໜາດໃຫຍ່ຂອງບັນດາປະເທດອາຊຽນ ແລະ ໃນພາກພື້ນໄດ້ປຶກສາຫາລື, ແບ່ງປັນວິໄສທັດ, ແນວຄວາມຄິດ ແລະ ກຳນົດທິດນະໂຍບາຍສຳລັບບັນດາບັນຫາສຳຄັນຂອງພາກພື້ນ. ມີ 5 ເນື້ອໃນຕົ້ນຕໍເຊິ່ງເວທີປາໄສຄັ້ງນີ້ໄດ້ສຸມໃສ່ລວມມີ: ກຳນົດວິໄສທັດໃໝ່ໃຫ້ອາຊຽນ ກ່ຽວກັບການເຊື່ອມໂຍງພາກພື້ນ; ຊອກຫາບັນດາຮູບແບບເສດຖະກິດໃໝ່ ແລະ ການຄຸ້ມຄອງບໍລິຫານໃນສັງກະລາດດີຈີຕອນ; ຊອກຫາກຳລັງໜູນ ແລະ ຮູບແບບດຳເນີນທຸລະກິດໃນຍຸກສະໄໝອຸດສາຫະກຳ 4.0; ວິສາຫະກິດກັບວິທີສຳຜັດໃໝ່ສຳລັບການຄຸ້ມຄອງບໍລິຫານໃນທົ່ວໂລກ; ພັດທະນາພື້ນຖານໂຄງລ່າງແບບອັດສະລິຍະ, ບຳລຸງດ້ານທັກສະ, ວຽກເຮັດງານທຳ, start up, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ…”
        ຕາມກະຊວງການຕ່າງປະເທດແລ້ວ, ມາຮອດປະຈຸບັນ, ມີປະທານາທິບໍດີ, ນາຍົກລັດຖະມົນຕີຂອງ 8 ປະເທດຢືນຢັນວ່າ ຈະເຂົ້າຮ່ວມ. ພ້ອມກັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຈຳນວນໜຶ່ງ, ຄາດວ່າມີຜູ້ແທນຂັ້ນລັດຖະມົນຕີປະມານ 50 ທ່ານເຂົ້າຮ່ວມ WEF – ASEAN 2018. ນອກນັ້ນຍັງມີການເຂົ້າຮ່ວມຂອງຜູ້ຕາງໜ້າວິສາຫະກິດແຖວໜ້າຂອງໂລກ ເກືອບ 1000 ແຫ່ງ.
        ຕີລາຄາສູງວຽກງານກະກຽມຂອງຫວຽດນາມ, ທ່ານ Justin Wood, ປະທານເວທີປາໄສເສດຖະກິດໂລກພາກພື້ນອາຊີ - ປາຊີຟິກ ຢືນຢັນວ່າ, ນີ້ຈະແມ່ນກາລະໂອກາດຂອງອາຊຽນ, ພິເສດແມ່ນຫວຽດນາມ ໃນການດຶງດູດການລົງທຶນ, ຮ່ວມມືດຳເນີນທຸລະກິດກັບບັນດາຄູ່ຮ່ວມມືສາກົນ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top