• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VOV ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຄະນະຜູ້ແທນສະຫະພາບເອີລົບປະຈຳຫວຽດນາມ

ຕອນບ່າຍວັນທີ 06 ທັນວາ, ຢູ່ຮ່າໂນ້ຍ, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໊ກີ ໄດ້ໃຫ້ການຕ້ອນຮັບທ່ານ Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນສະຫະພາບເອີລົບ (ອີຢູ) ປະຈຳຫວຽດນາມ.


(ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໊ກີ ຕ້ອນຮັບທ່ານ Giorgio Aliberti)

ທີ່ການຕ້ອນຮັບ, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໊ກີ ຢືນຢັນວ່າ, ໃນການເຄື່ອນໄຫວທາງສື່ມວນຊົນ, ຍາມໃດ VOV ກໍ່ສະຫງວນຄວາມສົນໃຈເຖິງບັນດາຂໍ້ມູນຂ່າວສານກ່ຽວກັບສະຫະພາບເອີລົບ, ບົດບາດຂອງອີຢູ ໃນບັນດາບັນຫາທົ່ວໂລກ ແລະ ພິເສດແມ່ນການພົວພັນລະຫວ່າງຫວຽດນາມ - ອີຢູ. ທ່ານ ຫງວຽນເທ໊ກີ ຢືນຢັນວ່າ.

        “ໜ້າທີ່ຄວາມຮັບຜິດຊອບ ກໍຄືຄວາມປາດຖະໜາຂອງພວກຂ້າພະເຈົ້າ ແມ່ນເຮັດແນວໃດຈະປະກອບສ່ວນນຳການພົວພັນຮ່ວມມືລະຫວ່າງຫວຽດນາມ - ອີຢູ ໃຫ້ນັບມື້ນັບໄດ້ຮັບການເພີ່ມທະວີ. ປີ 2020, ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານອາຊຽນ 2020, ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ຫວຽດນາມ - ອີຢູ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ພວກຂ້າພະເຈົ້າຫວັງວ່າ ຈະໄດ້ສົມທົບກັບຄະນະຜູ້ແທນສະຫະພາບເອີລົບປະຈຳຫວຽດນາມ ເພີ່ມທະວີການພົວພັນ, ຮ່ວມມື”.

        ສ່ວນທ່ານ Giorgio Aliberti ເນັ້ນໜັກວ່າ, ຍາມໃດອີຢູ ກໍປາດຖະໜາຢາກພັດທະນາການພົວພັນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຫວຽດນາມ ແລະ ຢືນຢັນວ່າ ພ້ອມແລ້ວທີ່ຈະແບ່ງປັນກັບ VOV ບັນດາຂໍ້ມູນຂ່າວສານກ່ຽວກັບອີຢູ.

(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah

ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah

ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ເນັ້ນໜັກວ່າ ເລື່ອງປ່ອຍຕົວປະກັນແມ່ນ “ເນື້ອໃນຈຸດສຸມຂອງທຸກວຽກງານ ເຊິ່ງ ອາເມລິກາ ພວມພະຍາຍາມປະຕິບັດ”.

Top