• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VIFA ASEAN ມຸ່ງໄປເຖິງເປົ້າໝາຍນຳນະຄອນ ໂຮ່ຈີມິນ ກາຍເປັນສູນເຄື່ອງເຟີນີເຈີພາຍໃນເຮືອນຂອງພາກພື້ນ ແລະ ສາກົນ

ຄາດວ່າຈະມີນັກຜະລິດ ແລະ ປຸງແຕ່ງໃມ້, ສີລະປະຫັດທະກຳສົ່ງອອກຢູ່ພາຍໃນ ແລະ ຕ່າງປະເທດກວ່າ 350 ແຫ່ງ, ດ້ວຍຮ້ານວາງສະແດງ 1.400 ຮ້ານໃນເນື້ອທີ່ 20.000 ຕາແມັດ.
(ທ່ານນາງ ຮີ່ງທິເຟືອງວີ, ຮອງຜູ້ອຳນວຍການໃຫຍ່ບໍລິສັດ ຫຽບລອງ, ວິສາຫະກິດເຂົ້າຮ່ວມ VIFA ASEAN)

ງານຕະຫຼາດນັດສາກົນ ເຄື່ອງເຟນີເຈີ ແລະ ສີລະປະຫັດທະກຳສົ່ງອອກ ຫວຽດນາມ - ອາຊຽນ (VIFA ASEAN) ປີ 2023 ຈັດຂຶ້ນໃນເດືອນ ສິງຫາ ຈະມາເຖິງນີ້. VIFA ASEAN ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ມຸ່ງໄປເຖິງການສ້າງງານຕະຫຼາດນັດເຄື່ອງເຟີນີເຈີພາຍໃນເຮືອນຕາງໜ້າພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ດ້ວຍຫົວຂໍ້ “ແຫ່ງເຕົ້າໂຮມສິ່ງຍອດຍິ່ງເຄື່ອງພາຍໃນເຮືອນ”, VIFA ASEAN 2023 ຄາດວ່າຈະມີນັກຜະລິດ ແລະ ປຸງແຕ່ງໃມ້, ສີລະປະຫັດທະກຳສົ່ງອອກຢູ່ພາຍໃນ ແລະ ຕ່າງປະເທດກວ່າ 350 ແຫ່ງ, ດ້ວຍຮ້ານວາງສະແດງ 1.400 ຮ້ານໃນເນື້ອທີ່ 20.000 ຕາແມັດ. ທີ່ການປະຊຸມຖະແຫຼງຂ່າວຈັດຂຶ້ນໃນຕອນບ່າຍວັນທີ 23 ພຶດສະພາ, ຢູ່ນະຄອນ ໂຮ່ຈີມີນ, ທ່ານນາງ ຮີ່ງທິເຟືອງວີ, ຮອງຜູ້ອຳນວຍການໃຫຍ່ບໍລິສັດ ຫຽບລອງ, ວິສາຫະກິດເຂົ້າຮ່ວມ VIFA ASEAN, ໃຫ້ຮູ້ວ່າ:

“ດ້ວຍການເຂົ້າຮ່ວມບັນດາງານຕະຫຼາດນັດສາກົນຄືແນວນັ້ ແມ່ນມີຄວາມສຳຄັນຍິ່ງສຳລັບວິສາຫະກິດ, ຊ່ວຍສຳຜັດກັບເປົ້າໝາຍລູກຄ້າໃໝ່ ເຊິ່ງນັບແຕ່ກ່ອນມາຮອດປະຈຸບັນຍັງບໍ່ທັນມີ. ຂ້າພະເຈົ້າເຫັນວ່າ, ຜ່ານງານຕະຫຼາດນັດ VIFA ຜ່ານມາ (ເດືອນ ມີນາ 2023), ທາງບໍລິສັດມີລູກຄ້າໃໝ່ຕື່ມອີກ 20%, ມີບາງລູກຄ້າເລີ່ມສັ່ງຊື້, ສ່ວນຫຼາຍແມ່ນຢູ່ ເອີລົບ ແລະ ອົດສະຕາລີ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top