
ຕາມນັ້ນແລ້ວ, ບັນດາຖ້ຽວບິນໝາຍເລກ VN1286 ອອກເດີນທາງແຕ່ ນະຄອນໂຮ່ຈີມິນໃນເວລາ 13ໂມງ00ນາທີ ແລະ ໝາຍເລກ VN 1287 ອອກເດີນທາງແຕ່ເວິນໂດ່ນ ໃນເວລາ 15ໂມງ 45 ນາທີ. ບັນດາຖ້ຽວບິນລ້ວນແຕ່ໄດ້ຮັບການຂຸດຄົ້ນໂດຍເຮືອບິນ Airbus A321 ດ້ວຍມາດການການບໍລິການສາກົນ 4 ດາວ.
ການຂຸດຄົ້ນສາຍການບິນຄືນນີ້ ຈະຊ່ວຍປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດການທ່ອງທ່ຽວກໍ່ຄືສ້າງທ່າເຕີບໂຕໃຫ້ແກ່ຂະແໜງທ່ອງທ່ຽວແຂວງກ໋ວາງນິງ ແລະ ບັນດາແຂວງໃກ້ຄຽງ. ໃນໄລຍະຈະມາເຖິງ, Vietnam Airlines ຈະພ້ອມກັບແຂວງກ໋ວາງນິງຄົ້ນຄ້ວາ, ກໍ່ສ້າງບັນດາວິທີການກະຕຸກຊຸກຍູ້, ດຶງດູດແຂກທ່ອງທ່ຽວ, ໜູນຊ່ວຍແຂວງຟື້ນຟູເສດຖະກິດ, ການພົວພັນການຄ້າ.
(ແຫຼ່ງຄັດຈາກ VOV)