• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Vietnam Airlines ຟື້ນຟູສາຍການບິນ ລະຫວ່າງ ນະຄອນໂຮ່ຈີມິນ ແລະ ສະໜາມບິນເວິນໂດ່ນຢ່າງເປັນທາງການ

      ຜູ້ຕາງໜ້າບໍລິສັດການບິນແຫ່ງຊາດ ຫວຽດນາມ - Vietnam Airlines ໃຫ້ຮູ້ວ່າ: ບໍລິສັດໄດ້ຂຸດຄົ້ນຄືນບັນດາຖ້ຽວບິນລະຫວ່າງ ນະຄອນໂຮ່ຈີມິນ ແລະ ເວິນໂດ່ນ (ກ໋ວາງນິງ) ຢ່າງເປັນທາງການ.
Vietnam Airlines ຟື້ນຟູສາຍການບິນ ລະຫວ່າງ ນະຄອນໂຮ່ຈີມິນ ແລະ ສະໜາມບິນເວິນໂດ່ນຢ່າງເປັນທາງການ (ພາບ: Vietnam+)
      ຕາມນັ້ນແລ້ວ, ບັນດາຖ້ຽວບິນໝາຍເລກ VN1286 ອອກເດີນທາງແຕ່ ນະຄອນໂຮ່ຈີມິນໃນເວລາ 13ໂມງ00ນາທີ ແລະ ໝາຍເລກ VN 1287 ອອກເດີນທາງແຕ່ເວິນໂດ່ນ ໃນເວລາ 15ໂມງ 45 ນາທີ. ບັນດາຖ້ຽວບິນລ້ວນແຕ່ໄດ້ຮັບການຂຸດຄົ້ນໂດຍເຮືອບິນ Airbus A321 ດ້ວຍມາດການການບໍລິການສາກົນ 4 ດາວ.
            ການຂຸດຄົ້ນສາຍການບິນຄືນນີ້ ຈະຊ່ວຍປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດການທ່ອງທ່ຽວກໍ່ຄືສ້າງທ່າເຕີບໂຕໃຫ້ແກ່ຂະແໜງທ່ອງທ່ຽວແຂວງກ໋ວາງນິງ ແລະ ບັນດາແຂວງໃກ້ຄຽງ. ໃນໄລຍະຈະມາເຖິງ, Vietnam Airlines ຈະພ້ອມກັບແຂວງກ໋ວາງນິງຄົ້ນຄ້ວາ, ກໍ່ສ້າງບັນດາວິທີການກະຕຸກຊຸກຍູ້, ດຶງດູດແຂກທ່ອງທ່ຽວ, ໜູນຊ່ວຍແຂວງຟື້ນຟູເສດຖະກິດ, ການພົວພັນການຄ້າ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top