• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VietJet ລົງນາມໃນສັນຍາການຄ້າລວມມູນຄ່ານັບຕື້ໆUSD ຢູ່Singapore Airshow 2016

ພິ​ທີ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ ລະ​ຫວ່າງ 
Vietjet Air ກັບ​ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ຕ່າງ​ປະ​ເທດ
ພາບ:vietnamnet.vn

ທີ່​ງານ​ວາງ​ສະ​ແດງ​ການ​ບິນ​ສາ​ກົນ Singapore Airshow 2016, Vietjet Air ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ສຳ​ຄັນ​ຫລາຍ​ສະ​ບັບ​ກັບ 3 ບໍ​ລິ​ສັດ​ໃຫຍ່​ໃນ​ໂລກ ລວມ​ມູນ​ຄ່າ ນັບ​ຕື້ໆ USD. ສັນ​ຍາ​ສະ​ບັບ​ທຳ​ອິດ Vietjet Air ໄດ້​ລົງ​ນາມ​ກັບ​ບໍ​ລິ​ສັດ Pratt & Whitney ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ United Technologies Corp ອາ​ເມ​ລິ​ກາ ເພື່ອ​ຊື້​ກົນ​ຈັກ​ໃຫ້ 63 ເຮືອ​ບິນ A320, A321 ແລະ ສັນ​ຍານີ້​ລວມ​ມູນ​ຄ່າ 3,04 ຕື້ USD. ສັນ​ຍາ​ສະ​ບັບ​ທີ​ສອງ Vietjet Air ລົງ​ນາມ​ກັບ ບໍ​ລິ​ສັດ SR Technics ປະ​ເທດ​ສະ​ວິດ ລວມ​ມູນ​ຄ່າ 60 ລ້ານ USD ກ່ຽວ​ກັບ​ບໍ​ລິ​ການ​ເຄື່ອງ​ອາ​ໄລ່ ແລະ ສ້ອມ​ແປງ​ເຮືອ​ບິນ​ . ສັນ​ຍາສະ​ບັບ​ທີ​ສາມ ລວມ​ມູ​ນ​ຄ່າ 30 ລ້ານ USD. ຕາມນັ້ນ​ແລ້ວ Vietjet Air ແລະ ບໍ​ລິ​ສັດ​ການ​ບິນ Airbus ສົມ​ທົບ​ກັນ​ສ້າງ​ຕັ້ງ​ສູ​ນ​ອົບ​ຮົມ Airbus ຕັ້ງ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ ຂອງ​ຫວຽດ​ນາມ, ສຸມ​ໃສ່​ບຳ​ລຸງ​ສ້າງ​ນັກ​ບິນ, ນັກ​ວິ​ສາ​ວະ​ກອນ, ຜູ້​ບັນ​ຊາ​ການ​ບິນ, ຊ່າງ​ກົນ​ຈັກ.

​(ແຫຼ່ງຄັດ​ຈາກ VOV)



IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top