• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VICEM ຈະ​ສົ່ງ​ອອກ​ຊີ​ມັງ, clinker 6 ລ້ານ​ໂຕນ ໄປ​ຍັງ ຟີ​ລິບ​ປິນ

ບັນດາຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືສົ່ງອອກ - ນຳເຂົ້າ ຊີມັງ, clinker ຂອງ VICEM ໄປຍັງຕະຫຼາດ ຟີລິບປິນ ດ້ວຍປະລິມານ 6 ລ້ານໂຕນ ໃນຮອບເວລາ 3 ປີ (ແຕ່ປີ 2023 – 2025).
  ພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືດຳເນີນທຸລະກິດສົ່ງອອກຊີມັງ, clinker ໄປຍັງຕະຫຼາດ ຟີລິບປິນ (ພາບ: ກະຊວງກໍ່ສ້າງ)  

ໃນຂອບເຂດການຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແຕ່ວັນທີ 23 – 25 ພະຈິກ 2022, ບໍລິສັດໃຫຍ່ ຊີມັງ ຫວຽດນາມ (VICEM) ໄດ້ສົມທົບກັບ ບໍລິສັດນຳເຂົ້າ Fenix INT’L INC ແລະ ບໍລິສັດ Golden Falcon Trading Corporation ລົງນາມຂໍ້ຕົກລົງວ່າດ້ວຍຮ່ວມມືດຳເນີນທຸລະກິດສົ່ງອອກຊີມັງ, clinker ໄປຍັງຕະຫຼາດ ຟີລິບປິນ. ຕາມນັ້ນແລ້ວ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືສົ່ງອອກ - ນຳເຂົ້າ ຊີມັງ, clinker ຂອງ VICEM ໄປຍັງຕະຫຼາດ ຟີລິບປິນ ດ້ວຍປະລິມານ 6 ລ້ານໂຕນ ໃນຮອບເວລາ 3 ປີ (ແຕ່ປີ 2023 – 2025).

ຟີລິບປິນ ແມ່ນຕະຫຼາດນຳເຂົ້າຊີມັນ, clinker ຈຳນວນຫຼາຍ ດ້ວຍປະມານ 15 – 17 ລ້ານໂຕນ ຕໍ່ປີ, ໃນນັ້ນ ການນຳເຂົ້າຈາກ ຫວຽດນາມ ແມ່ນປະມານ 7 ລ້ານໂຕນຕໍ່ປີ.

(ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top