• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VEPR: ຄາດຄະເນໄພເງິນເຟີ້ ໃນປີ 2022 ຂອງ ຫວຽດນາມ ຢູ່ໃນລະດັບ 3,5-3,8%

ບົດລາຍງານປະກາດທີ່ການໂອ້ລົມສົນທະນາ “ຄວາມກົດດັນຈາກໄພເງິນເຟີ້ 2022 ແລະ ສະເໜີນະໂຍບາຍ”, ໂດຍສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍຂຶ້ນກັບມະຫາວິທະຍາໄລເສດຖະກິດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຈັດຂຶ້ນໃນຕອນເຊົ້າວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ...
  ການໂອ້ລົມສົນທະນາ “ຄວາມກົດດັນຈາກໄພເງິນເຟີ້ 2022 ແລະ ສະເໜີນະໂຍບາຍ”  

ໄພເງິນເຟີ້ຢູ່ ຫວຽດນາມ ໃນປີ 2022 ຄາດວ່າຈະຢູ່ໃນລະດັບ 3,5-3,8% ແລະ ຍັງສາມາດປັບປຸງນະໂຍບາຍສົ່ງເສີມຟື້ນຟູເສດຖະກິດໄດ້ຢູ່. ບົດລາຍງານປະກາດທີ່ການໂອ້ລົມສົນທະນາ “ຄວາມກົດດັນຈາກໄພເງິນເຟີ້ 2022 ແລະ ສະເໜີນະໂຍບາຍ”, ໂດຍສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍຂຶ້ນກັບມະຫາວິທະຍາໄລເສດຖະກິດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຈັດຂຶ້ນໃນຕອນເຊົ້າວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ຖືວ່າ, ເຖິງວ່າປະຈຸບັນ, ໄພເງິນເຟີ້ຍັງບໍ່ທັນແມ່ນບັນຫາໃຫຍ່ກໍ່ຕາມ, ແຕ່ຄວາມກົດດັນຈາກໄພເງິນເຟີ້ໄດ້ຮັບຮູ້ແຈ້ງກ່ວາ ແລະ ຈະສືບຕໍ່ແກ່ຍາວໃນຊຸມເດືອນທ້າຍປີ. ທ່ານ ປອ ຫງວຽນກວັກຫວຽດ, ຮອງຫົວໜ້າສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍ (VEPR) ຂຶ້ນກັບມະຫາວິທະຍາໄລເສດຖະກິດ, ມະຫາວິທະຍາໄລຮ່າໂນ້ຍ, ໃຫ້ຂໍ້ສັງເກດວ່າ:

“ຂ້າພະເຈົ້າເຫັນວ່າ, ໄປຄຽງຄູ່ກັບການຮັກສາຄວາມສະຖຽນລະພາບ ແລະ ຫລຸດຜ່ອນຄວາມກົດດັນຈາກ ໄພເງິນເຟີ້, ການໄຈ້ແຍກໄດ້ສະແດງໃຫ້ເຫັນວ່າ ຍັງສາມາດປັບປຸງນະໂຍບາຍຢູ່, ດັ່ງນັ້ນ, ພວກເຮົາອາດຈະປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດໂດຍມະຕິຂອງສະພາແຫ່ງຊາດ ແລະ ລັດຖະບານໄດ້ວາງອອກຢ່າງແຮງກ່ວາ, ຫລືຜັນຂະຫຍາຍບ້ວງເງິນລົງທຶນຂອງລັດ, ນັ້ນແມ່ນບັນດາພື້ນຖານຟື້ນຟູ ແລະ ສະຖຽນລະພາບໃນຊຸມປີຕໍ່ໄປ.”

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top