ຂ່າວສານ
USTDA ປາດຖະໜາຢາກສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາບັນດາໂຄງການທີ່ມີຄຸນນະພາບສູງ
ຕອນບ່າຍວັນທີ 21 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ ນິວຢອກ, ທ່ານໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Thomas R. Hardy, ຜູ້ຮັກສາການຜູ້ອຳນວຍການອົງການການຄ້າ ແລະ ພັດທະນາ ອາເມລິກາ (USTDA). ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີ USTDA ເພີ່ມທະວີການປະສານສົມທົບກັບບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດຫວຽດນາມ ຄັດເລືອກໂຄງການຍຸດທະສາດຈຳນວນໜຶ່ງ, ມີລັກສະນະແຜ່ລາມສູງເພື່ອສຸມໃສ່ໜູນຊ່ວຍ, ກ່ອນອື່ນໝົດແມ່ນໃນບັນດາຂົງເຂດພະລັງງານ ແລະ ຕາໜ່າງໄຟຟ້າ, ພື້ນຖານໂຄງລ່າງດີຈີຕອນ ແລະ ສູນຂໍ້ມູນ, ການບິນ, ທ່າກຳປັ່ນ, logistics ແລະ ຄົມມະນາຄົມທັນສະໄໝ, ເສີມຂະຫຍາຍບົດບາດເປັນທາງ ຈາກຂອດກະກຽມໂຄງການ, ຊ່ວຍ ຫວຽດນາມ ເຂົ້າເຖິງມາດຖານ, ເຕັກໂນໂລຢີ, ບົດຮຽນປະສົບການໃນການຄຸ້ມຄອງບໍລິຫານ ແລະ ແຫຼ່ງກຳລັງຂອງອາເມລິກາ ໂດຍໄວ.
ສ່ວນທ່ານ Thomas R. Hardy ຢັ້ງຢືນວ່າ USTDA ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ປາດຖະໜາຢາກສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການກະກຽມ, ພັດທະນາບັນດາໂຄງການທີ່ມີຄຸນນະພາບສູງ; ຢັ້ງຢືນ ພ້ອມແລ້ວທີ່ຈະປະສານສົມທົບກັບບັນດາອົງການຫວຽດນາມ ຢ່າງແໜ້ນແຟ້ນກຳນົດເພື່ອໂຄງການສອດຄ່ອງ ແລະ ລະດົມເຄື່ອງມືໜູນຊ່ວຍກະກຽມໂຄງການ .






