• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNWTO: ຂະແໜງທ່ອງທ່ຽວໂລກປີ 2021 ເບິ່ງຄືວ່າບໍ່ໄດ້ມີການປົວແປງເມື່ອທຽບໃສ່ປີ 2020

      ລະດັບຄວາມໄວໃນການຟື້ນຟູ (ຂອງຂະແໜງທ່ອງທ່ຽວ) ຍັງຊັກຊ້າ ແລະ ບໍ່ສະເໝີກັນຢູ່ພາກພື້ນຕ່າງໆໃນໂລກ ຍ້ອນລະດັບມາດຕະການຈຳກັດການໄປມາ, ອັດຕາສັກວັກຊິນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງນັກທ່ອງທ່ຽວມີຄວາມແຕກຕ່າງກັນ
ຂະແໜງທ່ອງທ່ຽວໂລກໃນປີ 2021 ເບິ່ງຄືວ່າບໍ່ໄດ້ມີການປົວແປງເມື່ອທຽບໃສ່ປີ 2020
(ພາບ: THX/TTXVN)
      ວັນທີ 18 ມັງກອນ, ອົງການທ່ອງທ່ຽວໂລກ ຂຶ້ນກັບສະຫະຊາຊາດ (UNWTO) ປະກາດບົດລາຍງານໂດຍໃຫ້ຮູ້ວ່າ, ຂະແໜງທ່ອງທ່ຽວໂລກໃນປີ 2021 ເບິ່ງຄືວ່າບໍ່ໄດ້ມີການປົວແປງເມື່ອທຽບໃສ່ປີ 2020, ຍ້ອນວ່າທຸກດັດຊະນີລ້ວນແຕ່ຢູ່ໃນລະດັບຕ່ຳເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດໂຄວິດ-19. ບົດລາຍງານຂອງ UNWTO ຊີ້ແຈ້ງວ່າ: “ລະດັບຄວາມໄວໃນການຟື້ນຟູ (ຂອງຂະແໜງທ່ອງທ່ຽວ) ຍັງຊັກຊ້າ ແລະ ບໍ່ສະເໝີກັນຢູ່ພາກພື້ນຕ່າງໆໃນໂລກ ຍ້ອນລະດັບມາດຕະການຈຳກັດການໄປມາ, ອັດຕາສັກວັກຊິນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງນັກທ່ອງທ່ຽວມີຄວາມແຕກຕ່າງກັນ”.
        ບົດລາຍງານໃຫ້ຮູ້ວ່າໃນປີ 2021, ລາຍຮັບໂດຍກົງຂອງຂະແໜງທ່ອງທ່ຽວໂລກໃນປີ 2021 ໄດ້ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີ 2020 ຂຶ້ນເປັນ 1.900 ຕື້ USD ຍ້ອນນັກທ່ອງທ່ຽວແຕ່ລະຄົນມີລາຍຈ່າຍຫຼາຍກວ່າ ແລະ ເວລາໃນການໄປທ່ອງທ່ຽວແມ່ນຫຼາຍກວ່າເມື່ອທຽບໃສ່ປີ 2021. ເຖິງຢ່າງໃດກໍ່ຕາມ, ລາຍຮັບຂອງຂະແໜງນີ້ເບິ່ງຄືວ່າ ບໍ່ກາຍເຄິ່ງໜຶ່ງຂອງລາຍຮັບໃນປີ 2019.
(ແຫຼ່ງຄັດຈາກ VOV)

ທ່ານ ປະທານາທິບໍດີ Donald Trump ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສິຈິ້ນຜິງ

ທ່ານ ປະທານາທິບໍດີ Donald Trump ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສິຈິ້ນຜິງ

ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຖະແຫລງວ່າ ປັກກິ່ງ ຍາມໃດກໍ່ຮັບຮູ້ ແລະ ພັດທະນາການພົວພັນ ຈີນ -ອາເມລິກາ

Top